Homeນານາສາລະນໍ້າເຜິ້ງ ແລະຫົວຫອມບົ່ວ ມີປະສິດທິພາບໃນການປິ່ນປົວອາການໄອໃຫ້ດີທັນທີ

ນໍ້າເຜິ້ງ ແລະຫົວຫອມບົ່ວ ມີປະສິດທິພາບໃນການປິ່ນປົວອາການໄອໃຫ້ດີທັນທີ

Published on

ສ່ວນປະສົມຂອງນໍ້າເຜິ້ງ ແລະຫົວຫອມບົ່ວ ເປັນຢາແກ້ໄອທຳມະຊາດສູດບູຮານ ເຊິ່ງໃຊ້ມາດົນນານຫຼາຍສະຕະວັດ, ເຊິ່ງສ່ວນປະສົມຂອງມັນຫາງ່າຍ ແລະມີໃຫ້ເຫັນຕະຫຼອດທັງປີ. ນອກຈາກນີ້ ຍັງເປັນການປິ່ນປົວດ້ວຍວິທີທຳມະຊາດ ທີ່ບໍ່ມີສານເຄມີທີ່ເປັນອັນຕະລາຍ, ບໍ່ມີວັດຖຸກັນບູດ, ບໍ່ມີສານສັງເຄາະ ທີ່ຈະເຮັດໃຫ້ເປັນສານພິດ ທີ່ກໍ່ໃຫ້ເກີດພະຍາດແຊກຊ້ອນຕໍ່ສຸຂະພາບ

ສ່ວນປະສົມ:

  • ນໍ້າເຜິ້ງບໍລິສຸດ 2-3 ບ່ວງແກງ
  • ຫົວຫອມບົ່ວ 1 ຫົວ

ວິທີເຮັດ:

ໃຊ້ມີດຄົມໆ ປອກເປືອກຫົວຫອມບົ່ວອອກ ແລະຊອຍເປັນຕ່ອນບາງໆ ຈາກນັ້ນເອົາໄປໃສ່ໄວ້ໃນຖ້ວຍ ແລ້ວຖອກນໍ້າເຜິ້ງລົງໄປໃນຫົວຜັກບົ່ວຊອຍນັ້ນໃຫ້ທົ່ວ.

ເມື່ອເຮົາເອົາສ່ວນປະສົມຄົນໃສ່ກັນຮຽບຮ້ອຍແລ້ວ ກໍປະໄວ້ໃນໝົດຄືນໃນອຸນຫະພູມຫ້ອງ ເຊົ້າມື້ຕໍ່ມາໃຫ້ໃຊ້ຜ້າຕອງໜາໆ ຕອງສ່ວນປະສົມນັ້ນ, ຈາກນັ້ນໃຫ້ກິນທັນທີ ເຈົ້າຈະຮູ້ສຶກຫາຍໃຈສະດວກຂຶ້ນ ແລະອາການໄອຂອງເຈົ້າ ຈະໄດ້ຮັບການປິ່ນປົວໃຫ້ຫາຍດີທັນທີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...