spot_img
Homeຂ່າວເຫດການພິທີເຊັນສັນຍາ ສຳປະທານ ໂຄງການເຂື່ອນໄຟຟ້ານໍ້າໂມ້ 2 ຢູ່ແຂວງຊຽງຂວາງ

ພິທີເຊັນສັນຍາ ສຳປະທານ ໂຄງການເຂື່ອນໄຟຟ້ານໍ້າໂມ້ 2 ຢູ່ແຂວງຊຽງຂວາງ

Published on

ໃນວັນທີ 30 ມີນາ 2017 ຜ່ານມາ ຢູ່ນະຄອນຫຼວງວຽງຈັນ ໄດ້ມີພິທີ​ເຊັນ​ສັນຍາ​ສຳ​ປະທານ ​ໂຄງການ​ເຂື່ອນ​ໄຟຟ້າ​​ນ້ຳ​ໂມ້ 2 ຢູ່​ເມືອງ​ໝອກ ​ແຂວງ​ຊຽງ​ຂວາງ ລະຫວ່າງ​ທ່ານ ຄຳ​ລຽນ ພົນ​ເສນາ ຮອງ​ລັດຖະມົນຕີ​ ກະຊວງ​ແຜນການ ​ແລະ ການ​ລົງທຶນ ກັບ ທ່ານ ​ເຈິ​ນຊວນ​ແທັກ ຜູ້ອຳນວຍການ​ໃຫຍ່​ ບໍລິສັດ​ໄຟຟ້າ​ນ້ຳ​ໂມ້ 2 ຈຳກັດ ​​ແລະຮ່ວມ​ເຊັນ​ເປັນ​ພິຍານ ໂດຍ​ມີ​ທ່ານ ສີ​ຈາດ ບຸດ​ຊາ ​ກິດ​ຕິ​ລາດ ຫົວໜ້າ​ກົມ​ທຸລະ​ກິດ​ພະລັງ​ງານ ກະຊວງ​ພະລັງງານ ​ແລະບໍ່​ແຮ່, ທ່ານ ​ໄມ​ດີ ຄຳ​ພຸກ​ດວງ​ແກ້ວ ຫົວໜ້າ​ພະ​ແນ​ກ​ແຜນການ ​ແລະການ​ລົງທຶນ ​ແຂວງ​ຊຽງ​ຂວາງ ​ແລະ ທ່ານ ພົງ​ສະຫວັດ ​ເສນາ​ພວນ ປະທາ​ນບໍລິສັດ​ໄຟຟ້າ​ນ້ຳ​ໂມ້ 2 ຈຳກັດ, ພ້ອມ​ດ້ວຍ ​ພາກສ່ວນ​ກ່ຽວຂ້ອງ​​ສອງ​ຝ່າຍ ​ເຂົ້າ​ຮ່ວມເປັນ​ສັກຂີ​ພິຍານ.

​​ໂຄງການ​ດັ່ງກ່າວ, ​ແມ່ນ​ບໍລິສັດ​ໄຟຟ້າ​ນ້ຳ​ໂມ້ 2 ຈຳກັດ ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ໂດຍ​ມີ 5 ຂາ​ຫຸ້ນຄື: ບໍລິສັດ​ພົງ​ຊັບ​ທະວີ​ກໍ່ສ້າງ​ຂົວ​ທາງ, ​ເຄຫາ​ສະຖານ ​ແລະ ຊົນລະປະທານ ຈຳກັດ​ຜູ້​ດຽວ (​ເອກະ​ຊົນ​ລາວ) ຖື​ຫຸ້ນ 37%, ບໍລິສັດ​ນ້ຳ​ໂມ້ຫວຽດນາມ ຈຳກັດ (ສສ ຫວຽດນາມ) ຖື​ຫຸ້ນ 23%, ບໍລິສັດ​ ກຸ່ມ​ດວງ​ຈະ​ເລີ​ນ ຈຳກັດ​ຜູ້​ດຽວ (​ເອກະ​ຊົນ​ລາວ) ຖື​ຫຸ້ນ 21%, ບໍລິສັດ​ການ​ຄ້າ​ດົ້ງ​ເຕີ່​ມ ຈຳກັດ (ສສ ຫວຽດນາມ) ຖື​ຫຸ້ນ 14% ​ແລະ ບໍລິສັດ​ແສງ​ຈັນ​ກໍ່ສ້າງຈຳກັດ​ຜູ້​ດຽວ (​ເອກະ​ຊົນ​ລາວ) ຖື​ຫຸ້ນ 5%

​ເຂື່ອນ​ໄຟຟ້າ​ນ້ຳ​ໂມ້ 2 ​ເປັນ​ເຂື່ອນ​ນ້ຳຕົກ ຕັ້ງ​ຢູ່​ສາຍ​ນ້ຳ​ໂມ້ ​ເມືອງ​ໝອກ ​ແຂວງ​ ຊຽງ​ຂວາງ, ມີ​ກຳລັງ​ການ​ຕິດ​ຕັ້ງ 120 ​ເມ​ກາ​ວັດ, ຈະ​ສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້ 498,31 ກິກກະ​ວັດ​ໂມງ ຕໍ່​ປີ, ອາຍຸ​ສຳ​ປະທານ 27 ປີ ນັບ​ແຕ່​ມື້​ເປີດ ​ດຳ​ເນີນ​ການ​ຜະລິດ​ກະ​ແສ​ໄຟ​ຟ້າ, ​ໄລຍະ​ເວລາ ​ໃນ​ການ​ກໍ່ສ້າງ 3 ປີ 6 ​ເດືອນ, ລວມມູນ​ຄ່າການ​ກໍ່ສ້າງ​ທັງ​ໝົ​ດ 217 ລ້ານ​ ກວ່າ​ໂດ​ລາ​ສະຫະລັດ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...