Homeນານາສາລະສູດມະຫັດສະຈັນ ຊ່ວຍຈະເລີນເຕີບໂຕຂອງເສັ້ນຜົມ ແລະເພີ່ມຄວາມດຳຕາມທຳມະຊາດ

ສູດມະຫັດສະຈັນ ຊ່ວຍຈະເລີນເຕີບໂຕຂອງເສັ້ນຜົມ ແລະເພີ່ມຄວາມດຳຕາມທຳມະຊາດ

Published on

ບັນຫາຜົມຫຼົ່ນ ເປັນບັນຫາໜຶ່ງທີ່ຫຼາຍໆຄົນພົບ ເຊິ່ງບາງຄົນຜົມຫຼົ່ນຈົນຜົມບາງ ຫຼືເຮັດໃຫ້ບາງຄົນຫົວລ້ານເລີຍກໍມີ ເຮັດໃຫ້ຫຼາຍຄົນພະຍາຍາມທີ່ຈະຊອກຫາທາງແກ້ໄຂໃຫ້ໄວເທົ່າທີ່ເປັນໄປໄດ້, ປັດໄຈບາງຢ່າງ ທີ່ເຮັດໃຫ້ຫົວລ້ານ ຫຼືຜົມບາງ ເກີດຈາກຄວາມບໍ່ສົມດູນຂອງໂຮໂມນ, ຄວາມຕຶງຄຽດທາງຮ່າງກາຍ ຫຼືຈິດໃຈຫຼາຍເກີນໄປ, ການຂາດສານອາຫານ, ພະຍາດພູມແພ້ ມົນລະພິດ, ການໃຊ້ຜະລິດຕະພັນທີ່ມີສານພິດສະສົມຢູ່, ການຖ່າຍທອດທາງກຳມະພັນ ແລະການເບິ່ງແຍງເສັ້ນຜົມທີ່ບໍ່ໄດ້ດີເທົ່າທີ່ຄວນ, ມື້ນີ້ ລາວໂພສຕ໌ ມີບົດຄວາມດີໆ ທີ່ຈະມານຳສະເໜີ ສູດທີ່ຊ່ວຍຜົມປົ່ງຢ່າງວ່ອງໄວ ແລະຍາວໄວ ໂດຍການໃຊ້ນໍ້າຫົວຫອມບົ່ວ

ສ່ວນປະສົມ:

  • ຫົວຫອມບົ່ວຂະໜາດກາງ 4 ຫົວ
  • ນໍ້າ 1 ລິດ

ວິທີເຮັດ: ເລີ່ມຈາກຊອຍຫົວຫອມບົ່ວເປັນຕ່ອນນ້ອຍໆ ແລະຖອກນໍ້າ 1 ລິດລົງໃນໝໍ້, ຈາກນັ້ນໃຫ້ໃສ່ຫົວຫອມບົ່ວລົງໃນນໍ້າ ແລະຕົ້ມໃຫ້ຟົດປະມານ 10 ນາທີ ແລ້ວປົງປະໄວ້ໃຫ້ເຢັນ ແລ້ວກໍຕອງເອົານໍ້າອອກຈາກຫົວຫອມບົ່ວນັ້ນ

ວິທີໃຊ້: ທຳອິດກໍສະຜົມດ້ວຍຢາສະຜົມຕາມປົກກະຕິ, ຈາກນັ້ນຈຶ່ງຄ່ອຍສະຜົມອີກຄັ້ງໜຶ່ງດ້ວຍນໍ້າຫົວຜັກບົ່ວ ເຊິ່ງເຮັດແບບນີ້ອາທິດລະ 2 ຄັ້ງ, ທ່ານເຮັດໃນເວລາບໍ່ດົນ ຈະສັງເກດເຫັນການປ່ຽນແປງທີ່ດີຂຶ້ນ ເຮັດໃຫ້ຜົມດຳ ແລະຍາວໄວ ພ້ອມມີຜົມທີ່ໜາຂຶ້ນອີກດ້ວຍ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...