spot_img
Homeຂ່າວການພັດທະນາລັດວາງເປົ້າ ເຂດພາກໃຕ້ໃຫ້ລາຍຮັບຕໍ່ຄົນສະເລ່ຍປີລະ 16 ລ້ານກີບ

ລັດວາງເປົ້າ ເຂດພາກໃຕ້ໃຫ້ລາຍຮັບຕໍ່ຄົນສະເລ່ຍປີລະ 16 ລ້ານກີບ

Published on

ອີງຕາມແຜນພັດທະນາເສດຖະກິດ-ສັງຄົມ ໃນປີ 2017 ໃຫ້ຮູ້ວ່າ ໃນເຂດພາກໃຕ້ກໍຄືບັນດາ 4 ແຂວງພາກໃຕ້ຄື ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະອັດຕະປື ເຊິ່ງລັດຖະບານຈະສູ້ຊົນເຮັດໃຫ້ການຈະເລີນເຕີບໂຕຂອງເສດຖະກິດຢູ່ໃນລະດັບ 8,11%-11,90% ລວມມູນຄ່າຜະລິດຕະພັນພາຍໃນໃຫ້ໄດ້ 35 ພັນຕື້ກີບ, ລາຍໄດ້ສະເລ່ຍຕໍ່ຄົນ 16 ລ້ານກີບຂຶ້ນໄປ ເຊິ່ງໄດ້ສຸມໃສ່ຜະລິດເຂົ້າໃຫ້ໄດ້ທັງໝົດ 8 ແສນໂຕນ, ປູກພືດຜັກລະດູແລ້ງ ແລະລະດູຝົນ 7 ແສນໂຕນ ເພື່ອຮັບປະກັນຕອບສະໜອງການຊົມໃຊ້ພາຍໃນໃຫ້ພຽງພໍ, ສົ່ງເສີມໃຫ້ປະຊາຊົນມາປູກ ພືດປອດສານພິດ ເພື່ອສ້າງມູນຄ່າເພີ່ມໃຫ້ສິນຄ້າ, ສຸມໃສ່ລ້ຽງສັດໃຫຍ່ງົວ, ຄວາຍ, ໝູ ໃຫ້ໄດ້ຢ່າງໜ້ອຍ 5 ແສນໂຕ, ສັດປີກ 7,5 ລ້ານໂຕ ເພື່ອຕອບສະໜອງຄວາມຕ້ອງການຊີ້ນ ແລະຫຼຸດຜ່ອນການນຳເຂົ້າ ຈາກປະເທດເພື່ອນບ້ານ, ນອກນັ້ນ ສູ້ຊົນປູກໝາກແໜ່ງ, ໝາກມ່ວງຫິມະພານ,  ກາເຟ ເປັນສິນຄ້າຂອງພາກໃຕ້ ໃຫ້ມີການສົ່ງອອກ ໄປຍັງທົ່ວປະເທດ ແລະຕ່າງປະເທດ ເພື່ອສ້າງລາຍຮັບໃຫ້ແກ່ແຂວງນັ້ນໆ ກໍຄືປະຊາຊົນໃນທ້ອງຖິ່ນ.

ນອກຈາກນັ້ນ ຕ້ອງເຮັດໃຫ້ ຜະລິດຕະພັນອຸດສະຫະກຳ ແລະຫັດຖະກຳເພີ່ມຂຶ້ນ ແລະສົ່ງອກສິນຄ້າຕ່າງໆ ໃຫ້ໄດ້ຫຼາຍກວ່າ 237 ລ້ານໂດລາ ແລະນໍາເຂົ້າບໍ່ໃຫ້ເກີນ 150 ລ້ານໂດລາສະຫະລັດ, ສຸມໃສ່ການສົ່ງອອກພະລັງງານໄຟຟ້າ, ຊີມັງ, ເຄື່ອງປ່າຂອງດົງ, ອຸດສະຫະກຳປຸງແຕ່ງ, ຜະລິດຕະພັນໄມ້ ເພາະເປັນສິນຄ້າທີ່ນິຍົມ ຂອງບັນດາປະເທດເພື່ອນບ້ານ ເຊິ່ງຜ່ານມາສິນຄ້າດັ່ງກ່າວ ໄດ້ສ້າງລາຍຮັບ 4,7 ລ້ານໂດລາສະຫະລັດ, ພ້ອມທັງສືບຕໍ່ຊຸກຍູ້ໃຫ້ ປະຊາຊົນປູກອ້ອຍ ເພື່ອຕອບສະໜອງວັດຖຸດິບ ໃຫ້ພຽງພໍ ຕໍ່ກັບໂຮງງານ ເພື່ອຜະລິດນໍ້າຕານ ໃຫ້ສົ່ງອອກໄປ ສສ ຫວຽດນາມ

ການໂຄສະນາປະຊາສຳພັນ ເພື່ອດຶງດູດໃຫ້ນັກທ່ອງທ່ຽວ ເຂົ້າມາທ່ຽວໃຫ້ໄດ້ 8,50 ແສນຄົນ ໂດຍໄດ້ເອົາໃຈໃສ່ປັບປຸງຄຸນນະພາບ ຂອງເຮືອນພັກ, ໂຮງແຮມ, ຮ້ານອາຫານ ເພື່ອຕອບສະໜອງ ຄວາມຕ້ອງການໃຫ້ພຽງພໍ, ປົກປັກຮັກສາ ແລະບູລະນະ ສະຖານທີ່ທ່ອງທ່ຽວໃຫ້ສວຍງາມ, ຂົນຂວາຍໃຫ້ປະຊາຊົນ ທ້ອງຖິ່ນໃຫ້ມີສ່ວນຮ່ວມໃນການຮັກສາ ແລະສ້າງວຽກເຮັດງານທຳກັບການທ່ອງທ່ຽວ ເພື່ອເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນອີກດ້ວຍ

ແຫຼ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...