Homeສຸຂະພາບ ແລະ ສີ່ງແວດລ້ອມອາການຂອງສັດທີ່ຕິດເຊື້ອພິດໝາບ້າ ແລະ ຖືກໝາແມວກັດຂູດໃນລະດັບໃດຈິ່ງຈະໄດ້ໄປພົບແພດ

ອາການຂອງສັດທີ່ຕິດເຊື້ອພິດໝາບ້າ ແລະ ຖືກໝາແມວກັດຂູດໃນລະດັບໃດຈິ່ງຈະໄດ້ໄປພົບແພດ

Published on

ໂຣກພິດໝາບ້າ ຫຼາຍຄົນອາດສົງໃສວ່າ ສັດລ້ຽງຂອງເຮົາທັງໝາແມວ ທີ່ເຮົາລ້ຽງຢູ່ດີໆ ຈະມີໂອກາດກັດເຮົາຢ່າງບໍ່ຮູ້ສາເຫດໄດ້ຫຼື ບໍ່ ຕ້ອງຂໍຕອບເລີຍວ່າ “ໄດ້” ຫາກໝາແມວເຫຼົ່ານັ້ນຕິດເຊື້ອພິດໝາບ້າ

ໃນຄໍລຳສຸຂະພາບມື້ນີ້ແອັດມິນຈະມີວິທີສັງເຫດສັດລ້ຽງຈາກໂຣກພິດໝາບ້າ ມານຳສະເໜີໃຫ້ທຸກຄົນໄດ້ຮູ້ຈັກໄປພ້ອມໆກັນ

  1. ສັດລ້ຽງມີນິໃສແປກໄປກວ່າເກົ່າ ຈາກທີ່ເຄີຍມັກຫຼິ້ນຢອກກັບເຈົ້າຂອງ ອາດຈະຄ່ອຍໆແຍກຕົວອອກໄປຢູ່ຕົວດຽວ
  2. ໃຈຮ້າຍງຸດງິດງ່າຍ ຫຼື ຢ້ານກົວເຈົ້າຂອງ ຫຼື ຢ້ານຄົນເຂົ້າມາໃກ້ຈາກທີ່ເຄີຍຄຸ້ນກັບມະນຸດ
  3. ກັດສິ່ງຂອງອື່ນໆຢ່າງຮຸນແຮງ
  4. ແລ່ນໄປມາຢ່າງບໍ່ມີຈຸດໝາຍ
  5. ສະແດງອາການດຸຮ້າຍ ກັດ ເຫົ່າ ບໍ່ເລືອກໜ້າ
  6. ຫາກຈັບໃສ່ກົງ ຈະກັດກົງຈົນປາກເປັນບາດ ແຂ້ວຫັກ ເລືອດໄຫລ ແຕ່ບໍ່ສະແດງອາການເຈັບປວດ
  7. ສຽງເຫົ່າຫອນຜິດປົກກະຕິ ເນື່ອງຈາກກ່ອງສຽງເປັນອຳມະພາດ
  8. ແລບລີ້ນ, ນ້ຳລາຍໄຫລ ເພາະກ້າມເນື້ອທີ່ຄວບຄຸມການຢ້ຳ ຫຼື ກີນເປັນອຳມະພາດ
  9. ສັດລ້ຽງທຳທ່າຮາກ ຫຼື ຄາກຄ້າຍກັບມີສິ່ງຄາຄໍ

ສ່ວນໄລຍະເວລາທີ່ສັດລ້ຽງສະແດງອາການນັ້ນ 1-7 ມື້ກ່ອນຈະເຂົ້າສູ່ຊ່ວງອຳມະພາດ ລົ້ມແລ້ວລຸກບໍ່ໄດ້ ແລະ ຈະຕາຍໃນເວລາຕໍ່ແມ່

ຫາກທ່ານມີໝາ ຫຼື ແມວກັດ
ແບບໃດທີ່ຄວນໄປພົບແພດ ແບບທີ 1 ຫາກຖືກກັດ ຫຼື ຂູດແບບບໍ່ມີບາດແຜ ແມ່ນບໍ່ຕ້ອງໄປພົບແພດ

ແບບທີ 2 ຫາກຖືກກັດ ຫຼື ຖືກຂູດ ເປັນຮອຍລອກໆ ໃຫ້ໄປພົບແພດເພື່ອຊັກຢາວັກຊີນປ້ອງກັນໂຣກ

ແບບທີ 3 ຫາກກັດຈົນເຫັນເປັນບາດແຜຊັດເຈນ ເລືອດໄຫລ ຕ້ອງໄປພົບແພດເພື່ອຊັກວັກຊິນ ແລະ RIG
(Rabies Immunoglobulin) ເພື່ອປ້ອງກັນໂຣກພິດໝາບ້າ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...