Homeຂ່າວພາຍ​ໃນຄະນະຊີ້ນຳຈາກສູນກາງ ລົງຕິດຕາມກວດກາ ການຂຸດຄົ້ນຊອກຫາຮ່ອງຮອຍ ແລະສິ່ງເສດເຫຼືອຂອງທະຫານອາເມລິກາ

ຄະນະຊີ້ນຳຈາກສູນກາງ ລົງຕິດຕາມກວດກາ ການຂຸດຄົ້ນຊອກຫາຮ່ອງຮອຍ ແລະສິ່ງເສດເຫຼືອຂອງທະຫານອາເມລິກາ

Published on

ໃນລະຫວ່າງວັນທີ 27-29 ມີນາ 2017 ຜ່ານມາ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະ ຈາກກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ໄດ້ເດີນທາງໄປຢ້ຽມຢາມ ການປະຕິບັດງານຮ່ວມ ລາວ-ອາເມລິກາ ໃນການສໍາຫລວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນ ໃນປາງສົງຄາມຢູ່ລາວ (MIA), ຄັ້ງທີ 3 ປະຈໍາສົກປີ 2016-2017, ຢູ່ຈຸດສຸມລ້ອງມ້າ, ເມືອງບົວລະພາ, ແຂວງຄຳມ່ວນ. ໃນການໄປຢ້ຽມຢາມຄັ້ງນີ້ ແມ່ນເພື່ອຕິດຕາມ ແລະກວດກາການປະຕິບັດງານ ຂອງຄະນະວິຊາການຮ່ວມ ລາວ-ອາເມລິກາ ໃນການປະຕິບັດວຽກງານມະນຸດສະທຳ ແລະທັງເປັນການສະແດງເຖິງຄວາມເອົາໃຈໃສ່ ໃຫ້ການຮ່ວມມືຂອງລັດຖະບານ ແຫ່ງ ສປປ ລາວ ເພື່ອແກ້ໄຂບັນຫາ ຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ.

ໃນໂອກາດດຽວກັນນີ້ ທ່ານ ແສງເພັດ ຮຸ່ງບຸນຍວງ ໄດ້ພົບປະໂອ້ລົມກັບບັນດາພະນັກງານວິຊາການ ປະຈຳພາກສະໜາມ ຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະອຳນາດການປົກຄອງທ້ອງຖິ່ນ ຢູ່ຄ້າຍພັກບ້ານ ລະໂບໃໝ່, ເມືອງບົວລະພາ, ແຂວງຄຳມ່ວນ, ນອກນັ້ນ ກໍໄດ້ເຄື່ອນໄຫວຢ້ຽມຢາມ ການປະຕິບັດງານຕົວຈິງໃນຈຸດຄົ້ນຕ່າງໆ ແລະໄດ້ຮັບຟັງການລາຍງານສະພາບການປະຕິບັດວຽກງານ ຈາກຫົວໜ້າພາກສະໜາມຝ່າຍລາວ ແລະຝ່າຍອາເມລິກາ ເຊິ່ງເຫັນວ່າມີປະສິດທິພາບດີ ຍ້ອນພະນັກງານວິຊາການຈາກສູນກາງ  ແລະທ້ອງຖິ່ນ ໄດ້ປະກອບສ່ວນຮ່ວມກັນຢ່າງຕັ້ງໜ້າ ແລະເອົາໃຈໃສ່ປະຕິບັດໜ້າທີ່ ວຽກງານຂອງຕົນເປັນຢ່າງດີ

ການຮ່ວມມືຂອງສອງຝ່າຍ ລະຫວ່າງລາວ-ອາເມລິກາ ໃນວຽກງານມະນຸດສະທຳ ໄດ້ພົບຄວາມຫຍຸ້ງຍາກຫຼາຍ ຍ້ອນສະພາບແວດລ້ອມ ບໍ່ອຳນວຍຄວາມສະດວກ, ຈຸດຂຸດຄົ້ນສ່ວນຫຼາຍບໍ່ມີທາງລົດເຂົ້າໄປເຖິງ ຈຳເປັນຕ້ອງໄດ້ໃຊ້ຍົນໃນການນຳສົ່ງທີມງານ ແລະອຸປະກອນເຂົ້າໃນການຂຸດຄົ້ນ, ມາເຖິງປະຈຸບັນ ການຂຸດຄົ້ນ ໄດ້ສຳເລັດແລ້ວຈຳນວນ 272 ກໍລະນີ ຈາກຈໍານວນຜູ້ສູນຫາຍ ທັງໝົດຢູ່ລາວ ໃນຈໍານວນ 573 ກໍລະນີ ແລະ ຍັງເຫລືອຈະສືບຕໍ່ຄົ້ນຫາອີກ 301 ກໍລະນີ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...