spot_img
Homeຂ່າວການພັດທະນາລັດຄຸມເຂັ້ມ ລາຄາສິນຄ້າ ໃນຊ່ວງປີໃໝ່ລາວ

ລັດຄຸມເຂັ້ມ ລາຄາສິນຄ້າ ໃນຊ່ວງປີໃໝ່ລາວ

Published on

ຕາມແຫຼ່ງຂ່າວ ໜັງສືພິມ ເສດຖະກິດ-ການຄ້າ ລາຍງານເມື່ອວັນທີ 3 ເມສາ 2017 ນີ້ວ່າ ໃນໄລຍະຊ່ວງປີໃໝ່ໃນແຕ່ລະປີຜ່ານໆມາ ເຄີຍມີການປັບຂຶ້ນລາຄາສິນຄ້າຂອງຊາວຄ້າຂາຍ ເຊິ່ງໄດ້ກະທົບຕໍ່ພາບພົດໂດຍລວມຂອງສັງຄົມ ແລະເຮັດໃຫ້ເພີ່ມຕົ້ນທຶນການໃຊ້ຈ່າຍຂອງຜູ້ບໍລິໂພກ, ດັ່ງນັ້ນ ກະຊວງ ອຸດສະຫະກຳ ແລະການຄ້າຈຶ່ງໄດ້ຄຸມເຂັ້ມຕໍ່ກໍລະນີດັ່ງກ່າວ ເພື່ອປົກປ້ອງຜູ້ຊົມໃຊ້ ແລະປະຕິບັດຕາມຄຳສັ່ງຂອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະການຄ້າ.

ທ່ານ ສົມປະສົງ ສະຫງວນວົງ ຮອງຫົວໜ້າພະແນກອຸດສະຫະກຳ ແລະການຄ້າ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ເພື່ອເຮັດໃຫ້ການຈຳໜ່າຍແລກປ່ຽນສິນຄ້າ-ຂາຍສິນຄ້າ ພາຍໃນຕະຫຼາດມີຄວາມສະດວກ ເປັນລະບຽບຮຽບຮ້ອຍ ແລະມີຄວາມປອດໄພ ພ້ອມທັງລົງກວດກາ ຕິດຕາມລາຄາສິນຄ້າ ການຈັດຕັ້ງການເຄື່ອນໄຫວຕົວຈິງ ໃນໄລຍະປີໃໝ່ລາວ ແລະລົງຕິດຕາມກວດກາເລີ່ມແຕ່ວັນທີ 6-17 ເມສາ 2017 ພາຍໃນຕະຫຼາດຕ້ອງປະຕິບັດຕາມລະບຽບຢ່າງເຂັ້ມງວດ, ການປະຕິບັດລະບຽບການກຳນົດລາຄາຂາຍຍົກ-ຂາຍຍ່ອຍ ຊີ້ນໝູ ຢູ່ຕາມທ້ອງຕະຫຼາດ ໃຫ້ຂາຍໃນລາຄາທີ່ກຳນົດໄວ້ຄື: ລາຄາໝູໜ້າຟາມ ບໍ່ໃຫ້ເກີນ 19 ພັນກີບ, ລາຄາຂາຍຍົກໝູໝົດຕົວ ທີ່ຂ້າຄົວ ແລະຊຳແຫຼະເປັນຊີ້ນບໍ່ໃຫ້ເກີນ 23 ພັນກີບ ເຊິ່ງລາຄານີ້ແມ່ນລາຄາຊາວຄ້າຄົນກາງສົ່ງໃຫ້ລູກຂຽງຮອດຕະຫຼາດ, ສຳລັບລາຄາຍ່ອຍຂອງລູກຂຽງ ໃຫ້ຜູ້ບໍລິໂພກຢູ່ທ້ອງຕະຫຼາດຊີ້ນໝູປະເພດ 1 (ຊີ້ນກ້ອນ, ດູກຂ້າງ, ຊີ້ນສາມຊັ້ນ) ຕໍ່າສຸດ 33 ພັນກີບ ແລະສູງສຸດບໍ່ໃຫ້ເກີນ 35 ພັນກີບ/ກິໂລກຣາມ, ພ້ອມດຽວກັນນັ້ນ ຍັງໃຫ້ປະຕິບັດມາດຕະການຕໍ່ຜູ້ລະເມີດ ເພື່ອແນໃສ່ເຮັດໃຫ້ທຸກພາກສ່ວນໃນສັງຄົມນຳໄປຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ

ທ່ານ ບຸນທຽນ ແກ້ວສີພາ ຫົວໜ້າກົມການຄ້າພາຍໃນ ກໍໄດ້ກ່າວຢໍ້າຕໍ່ວ່າ: ການຄຸ້ມຄອງສິນຄ້າ ໃນໄລຍະຜ່ານມາເຈົ້າໜ້າທີ່ການຄ້າ ໄດ້ລົງເກັບກຳຂໍ້ມູນ ແລະລາຄາສິນຄ້າ ພ້ອມທັງເປີດເຜີຍລະບຽບການຄ້າ, ການແຈ້ງການຂອງພະແນກອຸດສະຫະກຳ ແລະການຄ້າ ຕິດຕາມຄຸ້ມຄອງລາຄາສິນຄ້າ ໃຫ້ເປັນໄປຕາມກົນໄກຕະຫຼາດ ບົນພື້ນຖານຄວາມເປັນທຳລະຫວ່າງຜູ້ຊື້ ແລະຜູ້ຂາຍ ກໍໄດ້ປະຕິບັດໜ້າທີ່ຂອງຕົນຢູ່ສະເໝີ, ກົມການຄ້າພາຍໃນ ກໍໄດ້ມີຍຸດທະສາດກະກຽມມາກ່ອນໜ້າແລ້ວ ໂດຍສະເພາະແມ່ນຕິດຕາມລາຄາສິນຄ້າ, ການຄວບຄຸມລາຄາຊີ້ນໝູ ເຊິ່ງເລີ່ມປະຕິບັດມາຕັ້ງແຕ່ເດືອນພະຈິກປີ 2016 ຜ່ານມາ 5 ເມືອງຂອງນະຄອນຫຼວງວຽງຈັນ ໂດຍສະເພາະໃນຕະຫຼາດໃຫຍ່ໆ ເຫັນວ່າສາມາດປະຕິບັດຕາມແຈ້ງການຄື ບໍ່ໃຫ້ຂາຍເກີນລາຄາ ທີ່ລັດກຳນົດໄວ້ ສູງສຸດບໍ່ເກີນ 35 ພັນກີບ/ກິໂລກຣາມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...