Homeຂ່າວເຫດການພະຍາກອນອາກາດ ປະຈຳວັນທີ 3 ເມສາ 2017

ພະຍາກອນອາກາດ ປະຈຳວັນທີ 3 ເມສາ 2017

Published on

ກົມອຸຕຸນິຍົມ ແລະອຸທົກກະສາດ ລາຍງານສະພາບອາກາດ ປະ​ຈຳ​ວັນ​ທີ 03 ເມ​ສາ 2017 ຄວາມກົດດັນອາກາດສູງທີມີກຳລັງອ່ອນ ຫາປານກາງ ຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມພາກກາງ ແລະພາກໃຕ້, ກະແສລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກເໜືອ, ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ ອາກາດຍັງເຢັນຢູ່ແຂວງພາກເໜືອ ດ້ານຕາເວັນອອກ, ແຂວງໄຊສົມບູນ ແລະເຂດພູພຽງບໍລະເວນປາກຊ່ອງ, ສ່ວນບາງທ້ອງຖິ່ນ ແຂວງພາກເໜືອ ດ້ານຕາເວັນຕົກ ລົງຫາພາກກາງ ແລະພາກໃຕ້ ອາກາດຈະຮ້ອນຂຶ້ນໃນຕອນກາງເວັນ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ

  • ສະພາບອາກາດ ແຂວງພາກເໜືອ ດ້ານຕາເວັນອອກ
  • ສະພາບອາກາດ ແຂວງພາກເໜືອ ດ້ານຕາເວັນຕົກ
  • ສະພາບອາກາດ ແຂວງພາກກາງ
  • ສະພາບອາກາດ ແຂວງພາກໃຕ້

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...