Homeຂ່າວຕ່າງປະເທດເຮືອຂົນສິນຄ້າເກົາຫຼີໃຕ້ ຈົມໃນມະຫາສະໝຸດອັດລັງຕິກໃຕ້ ມີຜູ້ສູນຫາຍ 22 ຄົນ

ເຮືອຂົນສິນຄ້າເກົາຫຼີໃຕ້ ຈົມໃນມະຫາສະໝຸດອັດລັງຕິກໃຕ້ ມີຜູ້ສູນຫາຍ 22 ຄົນ

Published on

ບີບີຊີລາຍງານເມື່ອວັນທີ 2 ເມສາ 2017 ຜ່ານມາວ່າ ທາງການເກົາຫຼີໃຕ້ຂໍຄວາມຊ່ວຍເຫຼືອຈາກກອງທັບອາກາດບຣາຊິນ ໃຫ້ເອົາເຮືອບິນ ຊີ-130 ອອກຄົ້ນຫາລູກເຮືອ 22 ຄົນທີ່ສູນຫາຍ ພ້ອມເຮືອຂົນສົ່ງສິນຄ້າສັນຊາດເກົາຫຼີໃຕ້ ເຊິ່ງຈົມໄປໃນນ່ານນໍ້າແອດແລນຕິກໃຕ້ ຂະນະທີ່ມີລູກເຮືອທັງໝົດ 24 ຄົນ

ຕາມການລາຍງານຂອງກອງທັບເຮືອອຸຣຸກໄວ ທະຫານເຮືອອຸຣຸກໄວ ຊ່ວຍຊີວິດລູກເຮືອຄົນຟີລິບປິນສອງຄົນທີ່ລອຍມາກັບເຮືອຢາງສຸກເສີນ ໃນວັນສຸກຜ່ານມາ ມີການສົ່ງຂໍ້ມູນຂໍຄວາມຊ່ວຍເຫຼືອຢ່າງຮີບດ່ວນ ຈາກສະມາຊິກລູກເຮືອຂອງເຮືອບັນທຸກສິນຄ້າ ສະເຕລລາ ເດຊີ ມີຄວາມຍາວ 312 ແມັດ

ກອງທັບເຮືອ ໄດ້ສົ່ງສັນຍານເຕືອນໄປຍັງເຮືອ ຂົນສົ່ງສິນຄ້າທຸກລຳໃນນ່ານນໍ້າ ຫຼັງຈາກມີການເລີ່ມຄົ້ນຫາເຮືອທີ່ຈົມທະເລ ເຊິ່ງໂຄສົກກອງທັບເຮືອບອກວ່າ ທາງກອງທັບໄດ້ຮັບລາຍງານເເຖິງກິ່ນເຊື້ອໄຟທີ່ຮຸນແຮງ

ທັງນີ້ ເຮືອ ສະເຕລລາ ເດຊີ ມີຂະໜາດ 266,000 ໂຕນ ເຊິ່ງເປັນເຮືອຂົນແຮ່ຂະໜາດໃຫຍ່ ມີລູກເຮືອເປັນຄົນເກົາຫຼີໃຕ້ 8 ຄົນ ແລະຄົນຟີລິບປິນ 16 ຄົນ ແລ່ນອອກຈາກທ່າເຮືອຂອງ ນະຄອນຣິໂອ ເດິ ຈາເນໂຣ ເມື່ອວັນທີ 26 ມີນາ 2017

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...