Homeຂ່າວຕ່າງປະເທດອິນໂດເນເຊຍ ທຳລາຍເຮືອ 81 ລຳ ທີ່ລັກເຂົ້າໄປມາປາແບບຜິດກົດໝາຍ

ອິນໂດເນເຊຍ ທຳລາຍເຮືອ 81 ລຳ ທີ່ລັກເຂົ້າໄປມາປາແບບຜິດກົດໝາຍ

Published on

ເອເອຟພີລາຍງານ ເມື່ອວັນທີ 2 ເມສາ 2017 ຜ່ານມາວ່າ ທາງການອິນໂດເນເຊຍ ໄດ້ຈັດພິທີທຳລາຍເຮືອຕ່າງຊາດ 81 ລຳ ທີ່ລັກເຂົ້າໄປຫາປາຢ່າງຜິດກົດໝາຍໃນນ່ານນໍ້າ ຂອງປະເທດອິນໂດເນເຊຍ ເຮືອທີ່ຖືກທຳລາຍຫຼາຍທີ່ສຸດມາຈາກຫວຽດນາມ, ຟີລິບປິນ, ມາເລເຊຍ ແລະໄທ

ທາງການອິນໂດເນເຊຍໄດ້ບຸກຢຶດ ແລະທຳລາຍເຮືອໄດ້ໃນ 12 ນ່ານນໍ້າຈາກທົ່ວປະເທດ ເຊິ່ງນ່ານນໍ້ານາຕູນ່າ ບໍລິເວນໝູ່ເກາະຣີເອົາ ໃກ້ກັບລັດຊາຣາວັກ ຂອງປະເທດມາເລເຊຍ ທີ່ມີການຈັບ ແລະທຳລາຍເຮືອຫຼາຍທີ່ສຸດ 26 ລຳ ແລະອີກ 10 ລຳໃກ້ກັບທ່າເຮືອຂອງເມືອງຕາເຣມປາ ເຊິ່ງຕັ້ງຢູ່ບໍ່ໄກຈາກເກາະຣີເອົາຫຼາຍປານໃດ

ທ່ານນາງຊູຊີ ປຸດຈິອັສຕູຕິ ລັດຖະມົນຕີວ່າການກະຊວງກິດຈະການທາງທະເລ ແລະປະມົງ ກ່າວຂະນະທີ່ເຂົ້າເປັນສັກຂີພິຍານໃນການທຳລາຍເຮືອຜິດກົດໝາຍວ່າ ທາງອິນໂດເນເຊຍຢຶດໝັ້ນເລື່ອງອະທິປະໄຕ ແລະມຸ່ງຕໍ່ສູ້ກັບການປະມົງແບບຜິດກົດໝາຍ “ເຮົາຫວັງວ່າ ຊິໂນ່ (ຊື່ຂອງເຮືອລຳໜຶ່ງທີ່ຖືກທຳລາຍ) ຈະເປັນສັນຍາລັກຂອງໄຊຊະນະຕໍ່ການລຸກລໍ້າຫຼັງຈາກທີ່ພ່າຍແພ້ມາຫຼາຍປີ ໂດຍສະເພາະໃນນ່ານນໍ້າທາງອິນໂດເນເຊຍຕາເວັນອອກ”

ຕັ້ງແຕ່ ທ່ານ ໂຈໂກ ວິໂດໂດ ເຂົ້າມາດຳລົງຕຳແໜ່ງປະທານາທິບໍດີ ເມື່ອປີ 2014 ມີການອອກຄໍາສັ່ງໃຫ້ທໍາລາຍເຮືອ ທີ່ເຂົ້າມາຫາປາຢ່າງຜິດກົດໝາຍໄປແລ້ວ 317 ລຳ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...