Homeຂ່າວທ້ອງຖິ່ນເປີດນໍາໃຊ້ຂົວຂ້າມຂອງປາກລາຍ-ຄົກເຂົ້າດໍປີໃໝ່ລາວນີ້

ເປີດນໍາໃຊ້ຂົວຂ້າມຂອງປາກລາຍ-ຄົກເຂົ້າດໍປີໃໝ່ລາວນີ້

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 31 ມີນາ 2017 ວ່າ ປະຊາຊົນ ແຂວງ ໄຊຍະບູລີຈະໄດ້ນໍາໃຊ້ຂົວຂ້າມນ້ຳຂອງເຂດບ້ານນາສັກ ເມືອງປາກລາຍ ແຂວງ ໄຊຍະບູລີ ຫາ ບ້ານຄົກເຂົ້າດໍເມືອງຊະນະຄາມ ແຂວງວຽງຈັນໃນລະຫວ່າງສະຫລອງປີໃໝ່ລາວນີ້ເປັນການຊົ່ວຄາວ ພາຍຫລັງອໍານາດການປົກຄອງທ້ອງຖິ່ນໄດ້ປະກາດວ່າຈະເປີດການນໍາໃຊ້ທົດລອງໃນໄລຍະບຸນປີໃໝ່ນີ້.

ທ່ານ ບົວວຽງ ຈຳປາພັນ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນ້ຳຂອງບ້ານນາສັກ ເມືອງປາກ ລາຍ ແຂວງ ໄຊຍະບູລີຫາຄົກເຂົ້າດໍເມືອງຊະນະຄາມ ແຂວງວຽງຈັນ, ໄດ້ເປີດເຜີຍຕໍ່ທີມງານ ຂ່າວແຂວງ ໄຊຍະບູລີ, ໃນວັນທີ 30 ມີນານີ້ໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມກອງ ປະຊຸມປະຈຳປີຂອງພະແນກ ຍທຂ ແຂວງໄຊຍະບູລີ, ໂດຍລວມແລ້ວການກໍ່ສ້າງຂົວຂ້າມນ້ຳຂອງ ເມືອງປາກລາຍຫາເມືອງຊະນະຄາມແມ່ນໄດ້ເລີ່ມຕົ້ນມາແຕ່ຕົ້ນປີ 2012 ມາຮອດປະຈຸບັນແແມ່ນສຳເລັດແລ້ວ 98% ແລະ ໃນຊວງນີ້ທາງບໍລິສັດແມ່ນເລັ່ງໃສ່ເຖໜ້າຂົວ ແລະ ປູຢ່າງໜ້າຂົວເພື່ອຮັບປະກັນໃຫ້ໄດ້ເປີດຊົ່ວຄາວໃນເທດສະການປີໃໝ່ລາວ, ລັກສະນະໂຄງສ້າງຂອງຂົວສ່ວນລຸ່ມແມ່ນເຖເບຕົງເສີມເຫຼັກ ແລະ ພາກ ສ່ວນເທິງຈະເປັນໂຄງສ້າງເລັກມີຄວາມຍາວ 360 ແມັດ, ຊວງກາງຍາວເຖິງ 100 ແມັດ, ຄວາມກວ້າງຂອງໜ້າຂົວ 11 ແມັດ, ໃນນີ້ທາງລົດແລ່ນກ້ວາງ 8 ແມັດ, ແບ່ງອອກເປັນ 2 ເລັນໆລະ 4 ແມັດ, ທາງຄົນຍ່າງສອງຂ້າງເບື້ອງລະ 1,5 ແມັດ, ນຳໃຊ້ທຶນກໍ່້ສາງທັງໝົດ 189 ຕື້ກີບ, ໃນນີ້ທຶນຊ່ວຍເຫຼືອຫຼ້າຈາກປະເທດ ໂຮນລັງ ສົມທົບຊື້ຂາງຂົວມູນຄ່າ 24 ຕື້ກີບ, ເຫຼືອນັ້ນແມ່ນທຶນຂອງລັດຖະບານກວມເອົາ 80%, ຂົວແຫ່ງນີ້ຈະເປັນຂົວເຫຼັກທີ່ຍາວທີ່ສຸດຢູ່ໃນປະ ເທດເຮົາໂດຍແມ່ນບໍລິສັດ ທອງພູພານອຸດົມສີນ ກໍ່ສ້າງ, ສ້ອມແປງຂົວທາງຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ.

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...