Homeຂ່າວພາຍ​ໃນກະຊວງປ້ອງກັນປະເທດ ປະດັບຫລຽນໄຊແຮງງານ ໃຫ້ບຸກຄົນ ແລະກົມກອງ ທີ່ມີຜົນງານດີເດັ່ນ

ກະຊວງປ້ອງກັນປະເທດ ປະດັບຫລຽນໄຊແຮງງານ ໃຫ້ບຸກຄົນ ແລະກົມກອງ ທີ່ມີຜົນງານດີເດັ່ນ

Published on

ສຳນັກຂ່າວສານປະເທດລາວລາຍງານ ວັນທີ 31 ມີນາ 2017 ນີ້ ທີ່ກະຊວງປ້ອງກັນປະເທດ ໄດ້​ຈັດ​ພິທີ​ ປະດັບ​ຫລຽນ​ໄຊ ​ແລະ ມອບ​ໃບ​ຍ້ອງຍໍ​ ໃຫ້​ແກ່ກົມ​ກອງ ແລະ ພະນັກງານ-ລັດຖະກອນ ທີ່​ມີ​ຜົນ​ງານ​ດີ​ເດັ່ນ ປະກອບມີ 32 ກົມກອງ 80 ທ່ານ, ໃນ​ນັ້ນ ​ມີ​ກົມ​ກອງ​ດີ​ເດັ່ນ ໄດ້ຮັບຫລຽນໄຊ ພິລະອາດຫານ ຊັ້ນ I ມີ 1 ບໍລິສັດສະກາຍໂທລະຄົມ, ໄດ້ຮັບຫລຽນໄຊພິລະອາດຫານ ຊັ້ນ II ມີ 11 ກົມກອງ, 4 ບໍລິສັດ ແລະ ບຸກຄົນ 10 ທ່ານ, ໄດ້ຮັບຫລຽນໄຊພິລະອາດຫານຊັ້ນ III ມີ 12 ກົມກອງ ແລະ 2 ບໍລິສັດ, ​ໄດ້​ຮັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ II ມີ 1 ກົມກອງ ແລະ ບຸກຄົນ ມີ 10 ທ່ານ, ໄດ້​ຮັບ​ຫລຽນ​ໄຊ​ແຮງ​ງານ​ຊັ້ນ III ມີ 20 ທ່ານ, ໄດ້ຮັບຫລຽນກາແຮງງານ 10 ທ່ານ, ໄດ້​ຮັບ​ໃບ​ຍ້ອງຍໍ​ລັດຖະບານ 10 ທ່ານ, ໄດ້ຮັບໃບຍ້ອງຍໍ ກະຊວງປ້ອງກັນປະເທດ 10 ທ່ານ ແລະໄດ້ຮັບໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 10 ທ່ານ ໂດຍເປັນ​ກຽດ​ປະດັບ​ໂດຍ​ ທ່ານ ພົຕ ວິໄລ ຫລ້າຄໍາຟອງ ຮອງລັດຖະມົນຕີ​ກະຊວງປ້ອງກັນປະເທດ.

ໃນ​ພິທີ​ດັ່ງກ່າວ​, ທ່ານ ພົວ ແກ່ນຈັນ ນັນທະລັງສີ ຫົວໜ້າກົມ ພົວພັນຕ່າງປະເທດ ​ໄດ້​​ລາຍ​ງານກ່ຽວກັບຜົນສຳເລັດ ການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ປ້ອງກັນປະເທດອາຊຽນ ຄັ້ງທີ 10 ແລະ ບັນດາກອງປະຊຸມປີ່ນອ້ອມອື່ນໆ  ທີ່ກະຊວງ ປ້ອງກັນປະເທດ ໄດ້ຮັບກຽດເປັນເຈົ້າພາບ ໃນປີທີ່ຜ່ານມາ.

ສິ່ງທີ່ພົ້ນເດັ່ນທີ່ສຸດ ທີ່ກະຊວງປ້ອງກັນປະເທດ ສາມາດຍາດມາໄດ້ຄື: ສາມາດລົງນາມຖະແຫລງການ ຂອງກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 10 ພາຍໃຕ້ຄໍາຂວັນ “ສົ່ງເສີມການຮ່ວມມືວຽກງານ ປ້ອງກັນຊາດ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ” ເຊິ່ງໄດ້ຮັບຮອງເອົາ 3 ເອກະສານສຳຄັນ ປະກອບມີ ຂໍ້ກໍານົດ ວ່າດ້ວຍສູນແພດທະຫານອາຊຽນ, ຂໍ້ກໍານົດ ວ່າດ້ວຍກອງກຳລັງ ກຽມພ້ອມຂອງອາຊຽນ ເພື່ອການຊ່ວຍເຫລືອ ມະນຸດສະທຳ ແລະບັນເທົາໄພພິບັດ, ຂໍ້ກຳນົດວ່າດ້ວຍສ້າງຕັ້ງຊ່ຽວຊານ ດ້ານຄວາມໜັ້ນຄົງ ທາງອິນເຕີເນັດ ໃນຂອບ ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນບວກ, ສາມາດລົງນາມຖະແຫລງການ ຂອງກອງປະຊຸມ ຜູ້ບັນຊາການທະຫານສູງສຸດ ອາຊຽນ ຄັ້ງທີ 13 ພາຍໃຕ້ຄໍາຂວັນ “ ສົ່ງເສີມການຮ່ວມມືວຽກງານປ້ອງກັນຊາດ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊຽນ” ເຊີ່ງໄດ້ຮັບຮອງເອົາ ແຜນງານ 2 ປີ ຂອງທະຫານອາຊຽນ 2016-2018, ສາມາດເຮັດສໍາເລັດໃນການຈັດກອງປະຊຸມບໍ່ເປັນທາງການ ລັດຖະມົນຕີປ້ອງກັນປະເທດອາຊຽນກັບ 4 ປະເທດບວກ ມີ ຈີນ, ລັດເຊຍ, ຍີ່ປຸ່ນ ແລະ ອາເມລິກາ, ​ເຊິ່ງເປັນຄັ້ງປະຫວັດສາດ ທີ່ບໍ່ເຄີຍມີມາກ່ອນ (ຜ່ານມາມີແຕ່ 2 ປະເທດ/ປີ) ຊຶ່ງເຮັດໃຫ້ 4 ປະເທດມະຫາອຳນາດດັ່ງກ່າວ ມີຄວາມ​ເພິ່ງພໍໃຈຫລາຍ ແລະ ເຊື່ອໜັ້ນຕໍ່ບົດບາດ ຂອງກອງທັບປະຊາຊົນລາວ ຫລາຍຂຶ້ນກ່ວາເກົ່າ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...