Homeນານາສາລະ6 ວິທີອ່ານເພື່ອຈື່ຈຳ ແລະເຂົ້າໃຈແບບຂັ້ນເທບ

6 ວິທີອ່ານເພື່ອຈື່ຈຳ ແລະເຂົ້າໃຈແບບຂັ້ນເທບ

Published on

ເຖິງເວລາຈັດແຜນທີ່ສະໝອງຂອງເຈົ້າໃໝ່ ເຊິ່ງເປັນວິທີທີ່ງ່າຍ ສາມາດເຮັດໄດ້ທັນທີ ແລະເຫັນຜົນທັນທີ ເມື່ອປະຕິບັດຕາມ 6 ວິທີດັ່ງລຸ່ມນີ້

  1. ຄິດບວກ: ບອກກັບຕົວເອງວ່າ “ຕົນເອງມ່ວນກັບການອ່ານໜັງສືເຫຼັ້ມນີ້” ມັນກໍຄືກັນກັບການເດີນທາງສູ່ຈຸດໝາຍໃໝ່ໆເທິງແຜນທີ່ ຫາກເຈົ້າບອກກັບຕົວເອງວ່າ “ເຮົາມ່ວນກັບການເດີນທາງ” ຈະເຮັດໃຫ້ເຈົ້າມີພະລັງ
  2. ເຊື່ອງມືຖື ແລະໂມງ: ຈະເຮັດໃຫ້ເຈົ້າຈົດຈໍ່ກັບການອ່ານໄດ້ເຕັມທີ່ ເປັນການກຳຈັດສິ່ງລົບກວນອອກໄປ ເມື່ອແຜນທີ່ຂອງເຈົ້າສະອາດບໍ່ມີສິ່ງກີດຂວາງ ເສັ້ນທາງຈຶ່ງຊັດເຈນ
  3. ອ່ານຊໍ້າ: ຍິ່ງເຮົາອ່ານເລື່ອງທີ່ຄ້າຍຄືກັນຕະຫຼອດ ມຸມມອງຂອງເຈົ້າກັບເລື່ອງນັ້ນກໍຍິ່ງເລິກເຊິ່ງ ຄືກັບການພົບເສັ້ນທາງ ສູ່ຈຸດໝາຍທີ່ຫຼາກຫຼາຍ ຍິ່ງເຮົາອ່ານຫຼາຍເທົ່າໃດຍິ່ງເຮັດໃຫ້ເຮົາຮູ້ລະອຽດ
  4. ໃຈຈົດຈໍ່: ຖ້າເຈົ້າຫຍໍ້ໜັງສືເຫຼັ້ມໜຶ່ງ ໃຫ້ເຫຼືອໃນເຈ້ຍແຜ່ນດຽວໄດ້ ນັ້ນໝາຍຄວາມວ່າເຈົ້າເຫັນພາບລວມທັງໝົດ, ຫາກເຈົ້າສາມາດເຈາະຈົງລາຍລະອຽດຂອງເສັ້ນທາງໄດ້ທັງໝົດ ນັ້ນຄືເຈົ້າເຂົ້າໃຈມັນ
  5. ເຫັນພາບ: ຈິດໃຕ້ສຳນຶກຂອງມະນຸດສາມາດຈົດຈຳພາບໄດ້ດີກວ່າຕົວໜັງສືຫຼາຍເທົ່າ ຫາກເຈົ້າສາມາດເຫັນແຜນທີ່ເສັ້ນທາງຂອງເຈົ້າເປັນພາບທີ່ຊັດເຈນ ເຈົ້າຈະເອົາອອກມາໃຊ້ໄດ້ຢ່າງຊັດເຈນ
  6. ສອນ: ຍິ່ງທ່ານສອນ ຄວາມຮູ້ກໍຍິ່ງຝັງເລິກລົງໃຕ້ສຳນຶກແໜ້ນຂຶ້ນ ຈົນໃນທີ່ສຸດເຈົ້າຈະເວົ້າໄດ້ອັດຕະໂນມັດ ຄືກັບການຝືນບອກເສັ້ນຈຸດໝາຍຕະຫຼອດ ຍ່ອມຈະເຮັດໃຫ້ເຈົ້າຈຳເສັ້ນທາງໄດ້ຂຶ້ນໃຈ ມັນຄືການຝັງຄວາມຮູ້ລົງຈິດໃຕ້ສຳນຶກ

ນອກຈາກພຶດຕິກຳການອ່ານແລ້ວ ການກິນອາຫານໃຫ້ຄົບ 5 ໝູ່ກໍສຳຄັນເຊັ່ນກັນ, ມັນຄືການກຽມຄວາມພ້ອມຮ່າງກາຍໃຫ້ອ່ານໄດ້ເຕັມທີ່, ຫາກກິນອາຫານບຳລຸງສະໝອງ ທີ່ມີສ່ວນປະສົມ DHA ສູງຈະດີ ໂດຍສະເພາະນໍ້າມັນປາ ມີໂອເມກ້າ 3 ມັນມີ DHA ທີ່ຊ່ວຍສົ່ງກະແສສັນຍານລະຫວ່າງງເຊວສະໝອງໃນປະລິມານທີ່ສູງຫຼາຍ ແລະເນື່ອງຈາກ DHA ເປັນອົງປະກອບຂອງເນື້ອເຍື່ອສະໝອງ 40% ການກິນອາຫານເສີມທີ່ມີສ່ວນປະກອບຂອງ DHA ໃນປະລິມານສູງ ຈຶ່ງມີສ່ວນຊ່ວຍພັດທະນາເຊວສະໝອງ ແລະລະບົບປະສາດຫຼັງກິນຕິດຕໍ່ກັນມາໜຶ່ງເດືອນ ຈະເຮັດໃຫ້ສະໝອງເຊື່ອມໂຍງແຜນທີ່ຄວາມຮູ້ຕ່າງໆໄດ້ມີລະບົບ ຖືເປັນຕົວເລືອກໜຶ່ງໃນການບຳລຸງສະໝອງທີ່ປອດໄພ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...