Homeຄວາມງາມເຄັດລັບ ຄຸມນ້ຳໜັກ ສຳລັບສາວໆທີ່ມັກກີນຕາມໃຈປາກ

ເຄັດລັບ ຄຸມນ້ຳໜັກ ສຳລັບສາວໆທີ່ມັກກີນຕາມໃຈປາກ

Published on

1.1

ເຖິງແມ່ນວ່າ ​ສາວໆ ຈະ​ເຄັ່ງຄັດ​ໃນ​ການ​ກິນ​ອາຫານ ແລະ ​ເບິ່ງແຍງ​ຄອຍຖ້າຄຸມ​ນ້ຳ​ໜັກ    ຢູ່​ແລ້ວ ແຕ່​ແນ່ນອນ​ວ່າ ​ຕ້ອງ​ມີ​ໄລຍະ​ເວລາ​ ທີ່​ເຜີ​ຕາມ​ໃຈ​ປາກ​ກັນ​ນຳ ຊຶ່ງ​ກໍ​ບໍ່​ຕ້ອງ​ເປັນ​ກັງ​ວົນ​ໄປ ເພາະ​ເຮົາ​ມີ ເຄັດ​ລັບ ດີໆ ທີ່​ຊ່ວຍ​ຈັດການ​ເລື່ອງ ຄຸມ​ນ້ຳ​ໜັກ ພ້ອມໆ​ກັບ​ການ​ກິນ​ອາຫານ ທີ່​ຈະ​ເຮັດໃຫ້​ກາຍ​ເປັນ​ເລື່ອງ​ນ້ອຍ​ໆ  

  • ນ້ຳ​ໝາກກ້ຽງ​ສົດ​  ເພາະ​ວິ​ຕາ​ມິນ​ທີ່​ຢູ່ໃນ​ໝາກກ້ຽງ​ຈະ​ຊ່ວຍ​ດູດ​ຊຶມ​ສານ​ອາຫານ​ທີ່​ສຳຄັນ ແລະ​ຖ້າ​ທານ​ເປັນ​ໜ່ວຍ​ເລີຍ ​ກໍ​ຈະ​ຊ່ວຍ ຄຸມ​ນ້ຳ​ໜັກ ໄດ້​ອີກ​ທາງ​ໜຶ່ງ​ ເພາະ​ໃນ​ໝາກກ້ຽງ​ມີ​ເສັ້ນ​ໃຍ​ທຳມະຊາດ​ທີ່​ຊ່ວຍ​ໃຫ້​ຮູ້ສຶກ​ອີ່ມ​ທ້ອງ​ໄດ້​ດົນ​
  • ອາຫານ​ຈຳ​ພວກ​ທັນ​ຍະພືດ ເນື່ອງ​ຈາກ​ອຸດົມ​ໄປດ້ວຍ​ ໄຟ​ເບີ ວິ​ຕາ​ມິນ ແລະ​ ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ຕ່າງໆ ຈຳນວນ​ຫລາຍ ຊຶ່ງ​ຈະ​ຊ່ວຍ​ໃຫ້​ລະບົບ​ຍ່ອຍ​ອາຫານ​ກໍ່ການ​ຍ່ອຍ​ຊ້າ​ໆ ເຂົ້າ​ສູ່​ຮ່າງກາຍ ເຮົາ​ກໍ​ຈະ​ຮູ້ສຶກ​ອີ່ມ​ທ້ອງ​ດົນ​ຂຶ້ນ
  • ຫຍ້ຳ​ໃຫ້​ຊ້າລົງ ການ​ກິນ​ໄວ​ຈະ​ເຮັດໃຫ້​ກິນ​ອາຫານ​ຫລາຍກວ່າ​ປົກກະຕິ ​ໂດຍ​ບໍ່​ຮູ້​ຕົວ ແລະ​ທາງ​ທີ່​ດີ​ຫລັງຈາກ 6ໂມງ​ແລງ​ບໍ່​ຄວນ​ກິນ​ຫຍັງ​ອີກ
  •  ເລືອກ​ກິນ​ຜັກ ​ແລະ ​ຫມາກໄມ້​ເປັນ​ປະຈຳ ມີ​ສານ​ອາຫານ​ທີ່​ຮ່າງກາຍ​ຕ້ອງ​ການ​ຢູ່​ຫລວງຫລາຍ ຈຶ່ງ​ຈຳ​ເປັນ​ທີ່​ຮ່າງກາຍ​ຕ້ອງ​ໄດ້ຮັບ​ທຸກ​ມື້ ຊຶ່ງ​ຫມາກໄມ້​ ຄວນ​ເລືອກ​ທີ່​ໃຫ້​ພະລັງ​ງານ​ຕ່ຳ ຢ່າງ​ເຊັ່ນ ໝາກ​ມ່ວງ ໝາກສີດາ ໝາກຕະກຽງ ໝາກ​ໂມ ເປັນ​ຕົ້ນ
  •  ເຄື່ອນ​ໄຫວ​ຮ່າງ​ກາຍ ຫາ​ເວລາ​ວ່າງ ​ເຄື່ອນ​ໄຫວ​ຮ່າງກາຍ​ໃຫ້​ໄດ້​ເຫື່ອ​ນຳ ຫລື​ຖ້າ​ມີ​ເວລາ​ກໍ​ໄປ​ອອກ​ກຳ​ລັງ​ດີກວ່າ ໂດຍ​ເລີ່ມທໍາ​ອາດຈະ​ມື້​ລະ 30ນາ​ທີ ແລະ​ ເມື່ອ​ຮ່າງກາຍ​ປັບ​ເຂົ້າ​ທີ່ ​ກໍ​ເພີ່ມ​ເປັນ​ມື້​ລະ 1ຊົ່ວ​ໂມງ ຈະ​ຊ່ວຍ​ເຜົາ​ຜານ​ໄຂ​ມັນ​ໄດ້​ເປັນ​ຢ່າງດີ

2

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...