Homeຂ່າວການພັດທະນາສອງບໍລິສັດ ຮ່ວມມືກັນສ້າງ ເສັ້ນທາງຕານມີໄຊ-ສີເກີດ ຄາດສຳເລັດໃນປີ 2018

ສອງບໍລິສັດ ຮ່ວມມືກັນສ້າງ ເສັ້ນທາງຕານມີໄຊ-ສີເກີດ ຄາດສຳເລັດໃນປີ 2018

Published on

ຕາມແຫຼ່ງຂ່າວ ໜັງສືພິມ ວຽງຈັນໃໝ່ ລາຍງານ ວັນ​ທີ 29 ມີນາ 2017 ຜ່ານມາ ທີ່ໂຮງແຮມ​ແລນ​ມາກ​ແມ່​ຂອງ​ລີ​ເວີໄຊ ນະຄອນຫຼວງ​ວຽງ​ຈັນ ໄດ້​ມີພິທີ​ເຊັນ​ສັນຍາ​ຮ່ວມ​ມື​ກໍ່ສ້າງ ​ໂຄງການ​ເສັ້ນທາງ​ເບ​ຕົງ​ເສີມ​ເຫຼັກ ແຕ່​ສີ່​ແຍກ​ໄຟ​ແດງ​ຕານ​ມີ​ໄຊ​ ຫາສາມ​ແຍກ​ສີ​ເກີດ ລະຫວ່າງ​ບໍ​ລິສັດ ລ້ານ​ຊ້າງ​ຊີມັງ​ລາວ ຈຳກັດ ຂອງ​ກຸ່ມ​ບໍລິສັດ YEIG ແລະ ກຸ່ມບໍລິສັດ ຕັງ​ຈະເລີນ ຈຳກັດ​ຜູ້​ດຽວ (TCR) ຮ່ວມ​ລົງ​ນາມ​ລະຫວ່າງທ່ານ ຢ້ຽນ​ຢົງ ປະທານ​ບໍລິສັດ YEIG ລ້ານ​ຊ້າງ​ຊີມັງ​ລາວ ຈຳກັດ ແລະ ທ່ານ ຮົວ ແສງ​ອາ​ລຸນ ປະທານກຸ່ມ​ບໍລິສັດ ຕັງ​ຈະເລີນ ຈຳກັດຜູ້​ດຽວ ມີ​ທ່ານ ສີ​ຫຸນ ສິດທິ​ລື​ໄຊ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ພາກສ່ວນ​ກ່ຽວຂ້ອງ​ສອງ​ຝ່າຍ​ເຂົ້າຮ່ວມ.

ສຳລັບ​ການ​ລົງ​ນາມ​ຄັ້ງ​ນີ້ ຈະ​ກາຍເປັນ​ການ​ຮ່ວມ​ມື​ທີ່​ເປັນສັນຍະລັກ ແລະ ໃນ​ອະນາຄົດ ເພື່ອ​ໃຫ້​ສອງ​ຝ່າຍ​ໄດ້​ມີ​ສ່ວນ​ຮ່ວມ ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງຂອງ ​ສປປ ລາວ ໃຫ້​ຫຼາຍ​ຂຶ້ນ ພ້ອມ​ນັ້ນ ເພື່ອ​ໃຫ້​ຂະຫຍາຍ​ພື້ນທີ່​ຂອບ​ການ​ຮ່ວມ​ມື​ທາງ​ດ້ານ​ໂຮງແຮມ ວັດ​ສະ​ດຸ​ເຫຼັກ​ກ້າ ການ​ຈັດສັນ​ທີ່​ດິນ ລະບົບ​ສາຍ​ສົ່ງ​ໄຟຟ້າ ແລະ ອື່ນໆ.

ໂຄງການ​ກໍ່ສ້າງ​ເສັ້ນທາງ​ດັ່ງກ່າວ ​ເປັນ​ໂຄງການ​ບຸລິມະສິດຂອງ​ລັດຖະບານ ໂດຍ​ແມ່ນ​ກຸ່ມບໍລິສັດ ຕັງ​ຈະເລີນ ເປັນ​ຜູ້​ຮັບເໝົາ ແລະ ລົງທຶນ​ກ່ອນ​ໃນ​ມູນຄ່າ 45 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 370 ຕື້​ກີບ ການ​ລົງນາມ​ຄັ້ງ​ນີ້ ​ເພື່ອ​ກໍ່ສ້າງ​ໂຄງການລະດັບ​ໜຶ່ງ (A Class) ທີ່​ຈຳເປັນ​ຂອງ​ລັດຖະບານ​ລາວ ຄື​ໂຄງການ​ກໍ່ສ້າງ​ເສັ້ນທາງ​ເບ​ຕົງ ​ທີ່​ເປັນ​ແກນ​ກາງ​ຈຸດ​ເຊື່ອມ​ຕໍ່​ລະຫວ່າງເສັ້ນທາງ​ເລກ​ທີ 13 ເໜືອ ແລະ 13 ໃຕ້ ການ​ຮ່ວມ​ມື​ຂອງ​ສອງ​ບໍລິ​ສັດ​ ກໍ່​ເພື່ອ​ເຮັດ​ໃຫ້​ໂຄງການ​ສຳເລັດ​ໂດຍ​ໄວ ເຊິ່ງ​ບໍລິສັດ ລ້ານຊ້າງ​ຊີມັງ​ລາວ ຈະ​ຮ່ວມ​ປະກອບສ່ວນ​ທຶນ​ທາງ​ດ້ານ​ວັດ​ສະ​ດຸ​ກໍ່ສ້າງ ເປັນຕົ້ນ ການ​ສະໜອງ​ຜະລິດ​ຕະ​ພັນ​ຊີມັງ​ກາ​ຊ້າງ ​ໃຫ້​ແກ່ໂຄງການ​ກໍ່ສ້າງ​ເສັ້ນທາງ​ທີ່​ມີຄວາມ​ຍາວ 9,37 ກິໂລແມັດ ແລະ ກວ້າງ 28 ແມັດ ປູ​ດ້ວຍເບ​ຕົງ​ເສີມ​ເຫຼັກ​ໜາ 23 ຊັງ​ຕີແມັດ ມີ​ຄອງ​ແລ່ນ​ລົດ 6 ເລນ ມີ​ດອນ​ກາງ​ພ້ອມ​ໄຟ​ເຍືອງ​ທາງ ມີ​ທາງ​ຄົນ​ຍ່າງ ແລະ ຮ່ອງ​ລະບາຍ​ນ້ຳ​ສອງ​ຟາກ​ທາງ ໂຄງການ​ໄດ້​ລົງມື​ກໍ່ສ້າງ​ມາ​ແຕ່​ທ້າຍ​ປີ 2016 ແລະ ປັດຈຸບັນ​ສຳເລັດ 15% ໜ້າ​ວຽກ​ແມ່ນ​ວາງ​ທໍ່​ລະບາຍ​ນ້ຳ ຍົກ​ລະດັບ​ໜ້າດິນ ແລະ ອື່ນໆ ແລະ ຄາດ​ວ່າ​ຈະ​ໃຫ້​ສຳເລັດ​ທ້າຍ​ປີ 2018 ທັງ​ນີ້ ກໍ່​ເພື່ອແນໃສ່​ປັບປຸງ​ພື້ນຖານ​ໂຄງ​ລ່າງ ຊຸກຍູ້​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃຫ້​ເປັນ​ຮູບ​ປະ​ທຳ ແລະ ແກ້​ໄຂ​ບັນຫາ​ການ​ຈະລາຈອນ​ທີ່ແອ​ອັດ ​ໃນ​ເຂດ​ຕົວ​ເມືອງ​ນະຄອນຫຼວງ​ວຽງ​ຈັນ ແລະ ເຮັດ​ໃຫ້​ຄົມມະ​ນາ​ຄົມ​ຂົນສົ່ງ​ມີ​ຄວາມ​ສະດວກ​ສະບາຍ​ຍິ່ງ​ຂຶ້ນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...