Homeຂ່າວຕ່າງປະເທດຜົນການວິໄຈເຜີຍ ການຄ້າລະຫວ່າງປະເທດ ກ່ຽວຂ້ອງກັບການຕາຍຂອງຄົນທົ່ວໂລກ

ຜົນການວິໄຈເຜີຍ ການຄ້າລະຫວ່າງປະເທດ ກ່ຽວຂ້ອງກັບການຕາຍຂອງຄົນທົ່ວໂລກ

Published on

ສຳນັກຂ່າວຣອຍເຕີລາຍງານໃນວັນທີ 30 ມີນາ 2017 ຜ່ານມາວ່າ ຜົນການສຶກສາລ່າສຸດພົບວ່າກ່ຽວກັບມົນລະພິດທາງອາກາດ ທີ່ເກີດຈາກອຸດສະຫະກຳການຜະລິດເພື່ອສົ່ງອອກ ມີສ່ວນກ່ຽວຂ້ອງການຕາຍກ່ອນໄວອັນຄວນເຖິງ 7 ແສນກວ່າຄົນທົ່ວໂລກ ຊ່ວງເວລາພຽງ 1 ປີ ແລະຍັງສົ່ງຜົນກະທົບ ຕໍ່ການເປັນຢູ່ຂອງຜູ້ທີ່ຢູ່ອາໄສ ຢູ່ບໍລິເວນອ້ອມຮອບລັດສະໝີນັບພັນກິໂລແມັດ ຈາກບໍລິເວນທີ່ເປັນແຫຼ່ງຂອງມົນລະພິດ ແລະບ່ອນທີ່ຢູ່ໃກ້ຄຽງ

ຜົນການສຶກສາ ເຊິ່ງພິມອອກວາລະສານເນເຈີ ແລະໄດ້ເຜີຍອອກວັນທີ 29 ມີນາ 2017 ຜ່ານມາ ໄດ້ຍົກຕົວຢ່າງ ເຊັ່ນການປ່ອຍມົນລະພິດ ຈາກອຸດສະຫະກຳໃນຈີນ ທີ່ຜະລິດສິນຄ້າ ເພື່ອການສົ່ງອອກ ມີສ່ວນກ່ຽວຂ້ອງກັບການຕາຍຈາກພະຍາດຫົວໃຈ, ພະຍາດຫຼອດເລືອດສະໝອງ ແລະມະເຮັງປອດ ຂອງຄົນໃນສະຫະລັດອາເມລິກາເປັນຕົ້ນ

ການສຶກສາດັ່ງກ່າວ ເປັນລາຍງານທຳອິດທີ່ກ່ຽວຂ້ອງກັບການຕາຍ ກ່ອນໄວອັນຄວນຂອງຄົນໃນທົ່ວໂລກ ທີ່ກ່ຽວຂ້ອງກັບການຄ້າ ລະຫວ່າງປະເທດ ທີ່ມາຈາກການຮວບຮວມຂໍ້ມູນຈາກປີ 2007 ເຊິ່ງພົບວ່າ ມີຜູ້ເສຍຊີວິດທີ່ກ່ຽວກັບການຜະລິດສິນຄ້າໃນພູມິພາກໜຶ່ງ ເພື່ອບໍລິໂພກໃນອີກພູມິພາກໜຶ່ງຫຼາຍເຖິງ 762,000 ຄົນ ໂດຍຜົນການສຶກສາບອກວ່າ ການນຳເຂົ້າເຊິ່ງສິນຄ້າໃນລາຄາຖືກ ອາດຈະສົ່ງຜົນກະທົບຕໍ່ສິ່ງທີ່ມີຊີວິດບ່ອນອື່ນ ຫາກຕົ້ນທຶນໃນການຜະລິດຕໍ່າ ມາຈາກນະໂຍບາຍດ້ານມົນລະພິດທີ່ບໍ່ເຂັ້ມງວດ ແລະບໍ່ມີການຄວບຄຸມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...