Homeຂ່າວເຫດການແຈ້ງການດ່ວນ: ການຍົກເລີກການເກັບຄ່າທຳນຽມ ແລະຄ່າບໍລິການ ທີ່ຂົວມິດຕະພາບ ແຂວງສະຫວັນນະເຂດ

ແຈ້ງການດ່ວນ: ການຍົກເລີກການເກັບຄ່າທຳນຽມ ແລະຄ່າບໍລິການ ທີ່ຂົວມິດຕະພາບ ແຂວງສະຫວັນນະເຂດ

Published on

ອີງຕາມແຈ້ງການ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 482/ຫສນຍ.ກສສ ລົງວັນທີ 27 ມີນາ 2017

ເລື່ອງ: ການຮຽກເກັບຄ່າທຳນຽມ ຂອງເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງ ດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 2 ແຂວງສະຫວັນນະເຂດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການ ການຕົກລົງ ແລະຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ ມາຍັງທ່ານໃຫ້ຊາບດັ່ງນີ້:

  1. ໃຫ້ຢຸດເຊົາການເກັບຄ່າທຳນຽມ ແລະຄ່າບໍລິການ ທີ່ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າເມືອງ ໄດ້ເກັບໃນປະຈຸບັນ ເພາະບໍ່ສອດຄ່ອງກັບ ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 003/ປປທ ລົງວັນທີ 26 ທັນວາ 2012 ວ່າດ້ວຍການຄ່າທຳນຽມ ແລະຄ່າບໍລິການ ມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບແຂວງສະຫວັນນະເຂດ ແລະພາກສ່ວນກ່ຽວຂ້ອງ ຍົກເລີກນິຕິກຳຕ່າງໆ ທີ່ເຫັນວ່າບໍ່ຖືກຕ້ອງ ແລະສອດຄ່ອງກັບລະບຽບກົດໝາຍ
  2. ສຳລັບຄ່າລ່ວງເວລາ ທີ່ບໍລິສັດສະຫວັນລີເຈນຣີສອດ ຈຳກັດຜູ້ດຽວ ຄ້າງຈ່າຍຈຳນວນ 209,7 ລ້ານກີບແມ່ນໃຫ້ຂະແໜງການເງິນ ຂອງແຂວງສະຫວັນນະເຂດ ແຈ້ງໃຫ້ບໍລິສັດຮີບຮ້ອນມາຊຳລະຕາມລະບຽບການ, ສ່ວນການກຳນົດໃຫ້ມີປ່ອງບໍລິການເຂົ້າ-ອອກ ສະເພາະລູກຄ້າຂອງບໍລິສັດ ແມ່ນໃຫ້ກະຊວງການເງິນ ເປັນເຈົ້າການສົມທົບ ກັບແຂວງສະຫວັນນະເຂດ ແລະພາກສ່ວນກ່ຽວຂ້ອງ ປຶກສາຫາລືໃຫ້ລະອຽດ ເພື່ອເຮັດໃຫ້ການບໍລິການວ່ອງໄວ,ຮັດກຸມ ແລະສອດຄ່ອງກັບກົດໝາຍ ແລະລະບຽບການກຳນົດ

ດັ່ງນັ້ນ ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະປະຕິບັດຕາມເນື້ອໃນແຈ້ງການສະບັນນີ້ດ້ວຍ

ພາບປະກອບຈາກ: ອິນເຕີເນັດ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...