spot_img
Homeຂ່າວເຫດການປີໃໝ່ລາວປີນີ້ ຢູ່ຫາດດອນຈັນ ຈະເກັບປີ້ເຂົ້າຊົມ ຜູ້ລະ 10 ພັນກີບ

ປີໃໝ່ລາວປີນີ້ ຢູ່ຫາດດອນຈັນ ຈະເກັບປີ້ເຂົ້າຊົມ ຜູ້ລະ 10 ພັນກີບ

Published on

ຕາມການໃຫ້ສຳພາດຂອງທ່ານ ນາງ ຈັນນະພາ ວົງສະມໍຣະພູມ ປະທານບໍລິສັດ ຊີເອັນພີ ຂາເຂົ້າ-ຂາອອກ ຈຳກັດ ໃຫ້ສຳພາດວ່າ: ສຳລັບເຂດ ທີ່ທາງບໍລິສັດຈັດສັນ ມີເນື້ອທີ່ລວງຍາວປະມານ 500 ແມັດ ລຽບຕາມແຄມນ້າຂອງ ເຊິ່ງຈະໄດ້ຈັດສັນເປັນແຕ່ລະຈຸດຄື A,B,C,D… ຈະມີໂຊນທີ່ເປັນວີໄອພີ ແບບຄອບຄົວ, ໂຊນອາຫານ, ໂຊນຖ່າຍຮູບ, ໂຊນບັນເທິງ, ໂຊນກິລາ ແລະໂຊນຫຼິ້ນນໍ້າເຫຼົ່ານີ້ເປັນຕົ້ນ, ໃນງານຈະມີກິດຈະກຳຫຼາຍຢ່າງເຊັ່ນ: ຕົບພະຊາຍ, ຕີໄກ່, ກະຕໍ້ຫາດຊາຍ, ມວຍນໍ້າ ແລະກິລາພື້ນບ້ານອີກຫຼາຍຢ່າງ ເຊິ່ງແຕ່ລະປະເພດກິລາທາງບໍລິສັດ ໄດ້ວາງເງິນລາງວັນຊະນະເລີດໄວ້ທີ 5 ລ້ານກີບ, ພ້ອມນັ້ນຍັງຈະມີການຈັດຄອນເສີດ, ການວາງສະແດງສິນຄ້າ ແລະກິດຈະກຳອື່ນໆອີກ ເພື່ອຮ່ວມແຮງຮ່ວມໃຈກັນ ໃນການຊຸກຍູ້ສົ່ງເສີມ ຮີດຄອງປະເພນີອັນດີງາມຂອງລາວ ເຊີນຊວນພໍ່ແມ່ປະຊາຊົນ ໂດຍສະເພາະຊາວນະຄອນຫຼວງ ເຂົ້າຮ່ວມຊົມກິດຈະກຳດັ່ງກ່າວ ຕະຫຼອດໄລຍະປີໃໝ່ລາວປີນີ້ ສ່ວນປີ້ເຂົ້າຊົມນັ້ນແມ່ນ ຜູ້ລະ 10 ພັນກີບເທົ່ານັ້ນ

ສຳລັບການກໍ່ສ້າງຕົບແຕ່ງ ມາຮອດປະຈຸບັນສຳເລັດແລ້ວປະມານ 50% ໃນເນື້ອທີ່ທັງໝົດ 500 ແມັດ ໃຫ້ກາຍເປັນສະຖານທີ່ ຈັດກິດກະກຳຕ່າງໆໃນມື້ງານທີ 13 ຫາ 16 ເມສາ ທີ່ໃກ້ໆຈະມາເຖິງນີ້

ພ້ອມດຽວກັນນີ້ ຍັງເນັ້ນການຕົບແຕ່ງສະຖານທີ່ແບບຊົງລາວ ທີ່ແຕກຕ່າງຈາກປີຜ່ານມາ ທີ່ໄດ້ມີການສ້າງງານສີມື ປະຕິມາກຳຊາຍຂຶ້ນ ເຊິ່ງໄດ້ສ້າງແຮງຈູງໃຈ ໃຫ້ກັບນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໄດ້ເຂົ້າຊົມເປັນຈຳນວນຫຼາຍແສນ ສ່ວນຈຸດປະສົງຫຼັກແມ່ນຈະເນັ້ນສົ່ງເສີມຮີດຄອງປະເພນີລາວໃຫ້ສັງຄົົມລາວ ແລະຊາວຕ່າງຊາດໄດ້ເຫັນຄວາມອຸດົມສົມບູນທາງດ້ານຮີດຄອງປະເພນີ

ແຫຼ່ງຂ່າວ:ໜັງສືພິມ ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...