Homeຂ່າວເຫດການນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານທະນາຄານລົງທຶນໂຄງລ່າງພື້ນຖານອາຊີ

ນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານທະນາຄານລົງທຶນໂຄງລ່າງພື້ນຖານອາຊີ

Published on

ຕາມແຫຼ່ງຂ່າວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລາຍງານໃນວັນທີ 29 ມີນາ 2017 ຜ່ານມາ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Liqun JIN ປະທານທະນາຄານລົງທຶນໂຄງລ່າງພື້ນຖານອາຊີ (AIIB) ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະເຮັດວຽກ ຢູ່ ສປປ ລາວ ລະຫວ່າງວັນທີ 29-31 ມີນາ 2017.

ການພົບປະໃນຄັ້ງນີ້ ໄດ້ພ້ອມກັນປຶກສາຫາລືບັນດາ ນະໂຍບາຍ, ການບໍລິຫານ ແລະການສະໜັບສະໜູນ ການພັດທະນາ ດ້ານພື້ນຖານໂຄງລ່າງ, ເຊິ່ງທະນາຄານລົງທຶນໂຄງລ່າງພື້ນຖານອາຊີ (AIIB) ມີຖານະທຽບເທົ່າກັບສະຖາບັນການເງິນອື່ນ ເປັນຕົ້ນສະຖາບັນກອງທຶນສາກົນ (IMF), ທະນາຄານໂລກ (WB), ທະນາຄານພັດທະນາອາຊີ (ADB).

ໃນໂອກາດນີ້, ທ່ານນາຍົກ ໄດ້ກ່າວສະແດງຄວາມຍິນດີ ແລະຊົມເຊີຍ ຕໍ່ການເດີນທາງ ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ຕີລາຄາສູງຕໍ່ການ ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະທີ່ຜ່ານມາ ແລະຫວັງຢ່າງຍິ່ງວ່າ ໃນຕໍ່ໜ້າທະນາຄານລົງທຶນໂຄງລ່າງພື້ນຖານອາຊີ (AIIB) ຈະສືບຕໍ່ໃຫ້ການສະໜັບສະໜູນ ວຽກງານດ້ານຕ່າງໆ ທີ່ມີເງື່ອນໄຂແກ່ ສປປ ລາວ ຕື່ມອີກ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...