Homeຂ່າວຕ່າງປະເທດເຮືອຜູ້ອົບພະຍົບ ຈົມຢູ່ນອກຊາຍຝັ່ງລິເບຍ ມີຜູ້ສູນຫາຍຮ້ອຍກວ່າຄົນ

ເຮືອຜູ້ອົບພະຍົບ ຈົມຢູ່ນອກຊາຍຝັ່ງລິເບຍ ມີຜູ້ສູນຫາຍຮ້ອຍກວ່າຄົນ

Published on

ສຳນັກຂ່າວເອເອຟພີລາຍງານ ເມື່ອວັນທີ 29 ມີນາ 2017 ຜ່ານມາວ່າ ເກີດເຫດເຮືອຜູ້ອົບພະຍົບຈົມນອກຊາຍຝັ່ງປະເທດລິເບຍ ມີຄົນນັ່ງໃນເຮືອລຳນັ້ນມາປະມານ 146 ຄົນ, ເຊິ່ງສຳນັກງານຂ້າຫຼວງໃຫຍ່ເພື່ອຜູ້ລີ້ໄພແຫ່ງສະຫະປະຊາຊາດ (ຢູເອັນເອຊຊີອາ) ອ້າງການເປີດເຜີຍຂອງຊາຍຄົນແຄມເບຍ ທີ່ໄດ້ຮັບການຊ່ວຍເຫຼືອຂຶ້ນມາໄດ້ ຈາກອຸປະຕິເຫດດັ່ງກ່າວ ແລະເປັນຜູ້ທີ່ລອດຊີວິດພຽງຄົນດຽວທີ່ໄດ້ຮັບການຊ່ວຍເຫຼືອຈາກກອງທັສະເປນ ເຊິ່ງຮ່ວມຢູ່ກັບການປະຕິບັດການໂຊເຟຍ ຂອງສະຫະພາບຢູໂຣບ (ອີຢູ) ໃນການປາບປາມຜູ້ລັກລອບເຂົ້າເມືອງ ແລະໄດ້ນຳຕົວຜູ້ລອດຊີວິດໄປຍັງເກາະແລມເປດູຊາ ຂອງປະເທດອີຕາລີ

ຜູ້ອົບພະຍົບທີ່ລອດຊີວິດໄດ້ເປີດເຜີຍວ່າ ເຮືອດັ່ງກ່ວອອກຈາກເມືອງຊາບຣາທາ ທາງພາກຕາເວັນອອກຂອງປະເທດລິເບຍ ໃນວັນທີ 27 ມີນາ ຜ່ານມາ ເຊິ່ງໃນເຮືອມີເດັກນ້ອຍ 5 ຄົນ ແລະແມ່ຍິງຖືພາອີກຫຼາຍຄົນ ທີ່ລວມຢູ່ກັບຜູ້ອົບພະຍົບອີກຮ້ອຍກວ່າຄົນ ທີ່ມາຈາກປະເທດໄນຈີເຣຍ, ມາລີ ແລະແກມເບຍ ບໍ່ພໍເທົ່າໃດຊົ່ວໂມງຫຼັງຈາກເຮືອອອກຈາກຝັ່ງ ກໍເລີ່ມມີນໍ້າຊຶມເຂົ້າໃນເຮືອ ກ່ອນທີ່ເຮືອຈະຈົມລົງ ແລະເຫດທີ່ຕົນເອງລອດຊີວິດມາໄດ້ເພາະຈັບຕຸກເອົາໄວ້

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...