Homeຂ່າວເຫດການສະມາຄົມມິດຕະພາບ ໄຊຕະມະ-ລາວ ມອບຕຽງຄົນເຈັບ ໃຫ້ກະຊວງສາທາລະນະສຸກ

ສະມາຄົມມິດຕະພາບ ໄຊຕະມະ-ລາວ ມອບຕຽງຄົນເຈັບ ໃຫ້ກະຊວງສາທາລະນະສຸກ

Published on

ໃນວັນທີ 28 ມີນາ 2017 ຜ່ານມາ ທີ່ສາງຢາ ແລະອຸປະກອນການແພດ ກະຊວງສາທາລະນະສຸກ ໄດ້ມີພິທີມອບ-ຮັບຕຽງຄົນເຈັບ ຈາກສະມາຄົມມິດຕະພາບ ໄຊຕະມະ-ລາວ ໃຫ້ແກ່ກະຊວງ ສາທາລະນະສຸກ ໂດຍຜ່ານ ສະມາຄົມມິດຕະພາບລາວ – ຍີ່ປຸ່ນ ຕາງໜ້າ ມອບໂດຍ ທ່ານ ທາເກຊິ ຮິກິຮາລະ (Takeshi HIKIHARA) ປະທານສະມາຄົມ ມິດຕະພາບໄຊຕະມະ-ລາວ, ຕາງໜ້າຮັບໂດຍທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ປະທານສະມາຄົມ ມິດຕະພາບລາວ-ຍີ່ປຸ່ນ ແລະມອບຕໍ່ໃຫ້ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ໂດຍໃຫ້ກຽດເປັນສັກຂີພິຍານຂອງ ທ່ານ ທອງສິງ ທຳມະວົງ ອະດີດນາຍົກລັດ ຖະມົນຕີ, ທ່ານເອກອັກ ຄະລາຊະທູດຍີ່ປຸ່ນ ປະຈຳ ສປປລາວ, ແຂກຖືກເຊີນເຂົ້າຮ່ວມ.

ໃນການຊ່ວຍເຫຼືອຄັ້ງນີ້ ສະມາຄົມມິດຕະພາບຍີ່ປຸ່ນ- ລາວ ແຂວງໄຊຕະມະ ໄດ້ນຳເອົາ ຕຽງຄົນເຈັບຈຳນວນ 527 ຊຸດ ມູນຄ່າລວມ 350.000 ໂດລາ ສະຫະລັດ ແລະ ລັດຖະບານ ຍີ່ປຸ່ນໄດ້ຊ່ວຍເຫຼືອຄ່າຂົນສົ່ງ ມູນຄ່າ 150.000 ໂດລາສະຫະລັດ ເພື່ອມາມອບໃຫ້ກະຊວງ ສາທາລະນະສຸກ ເພື່ອໄປແຈກຢາຍ ແລະ ມອບຕໍ່ໃຫ້ບັນດາ ສຸກສາລາ, ໂຮງໝໍເມືອງ ແລະ ໂຮງໝໍແຂວງ ໃນທົ່ວປະເທດ. ທ່ານ ທາເກຊິ ຮິກິຮາລະ ຫວັງຢ່າງຍິ່ງວ່າບັນດາຕຽງຄົນເຈັບ ເຫຼົ່ານີ້ຈະຊ່ວຍປະກອບສ່ວນເຂົ້າ ໃນການປັບປຸງການບໍລິການສຸຂະພາບ ແລະ ຕອບສະໜອງ ອຸປະກອນທີ່ຍັງບໍ່ທັນພຽງພໍ ໃນເຂດຊົນນະບົດຂອງລາວ.

ໃນໂອກາດນີ້ ທ່ານ ບຸນກອງ ສີຫາວົງ ໄດ້ສະແດງຄວາມຂອບອົກ ຂອບໃຈມາຍັງສະມາຄົມມິດ ຕະພາບໄຊຕະມະ-ລາວ ແລະ ລັດຖະບານຍີ່ປຸ່ນ ທີ່ໄດ້ສະໜັບສະໜູນ ການຊ່ວຍເຫຼືອໃນຄັ້ງນີ້ ແລະຈະໄດ້ແຈກຢາຍ ແລະ ນຳໃຊ້ເຄື່ອງຊ່ວຍເຫຼືອດັ່ງກ່າວໃຫ້ ມີຜົນປະໂຫຍດສູງສຸດ.

ແຫຼ່ງຂ່າວ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...