spot_img
Homeຂ່າວທ້ອງຖິ່ນສະຫວັນນະເຂດ ກວດພົບພະນັກງານການເງິນ 20 ຄົນ ເກັບລາຍຮັບບໍ່ເຂົ້າງົບປະມານ

ສະຫວັນນະເຂດ ກວດພົບພະນັກງານການເງິນ 20 ຄົນ ເກັບລາຍຮັບບໍ່ເຂົ້າງົບປະມານ

Published on

ຕາມແຫຼ່ງຂ່າວໜັງສືພິມ ເສດຖະກິດ-ສັງຄົມ ລາຍງານໃນວັນທີ 29 ມີນາ 2017 ນີ້ວ່າ ສະຫວັນນະເຂດ ກວດພົບພະນັກງານ ໃນຂະແໜງການເງິນ ເກັບລາຍຮັບບໍ່ເຂົ້າງົບປະມານ ໂດຍເອົາເງິນໄປໃຊ້ໃນວຽກສ່ວນຕົວ ໃນໄລຍະຜ່ານມາຈຳນວນ 5,8 ຕື້ກວ່າກີບ, ມີຜູ້ຮັບຜິດຊອບ 20 ຄົນ, ເກັບກູ້ຄືນໄດ້ 5,3 ຕື້ກວ່າກີບ, ຍັງຄ້າງ 50 ລ້ານ ແລະຍັງບໍ່ມີໃຜຮັບຜິດຊອບ 410 ລ້ານກີບ ໂດຍການຊັດທອດເຖິງພະນັກງານ 3 ຄົນ ແຕ່ພວກກ່ຽວປະຕິເສດ, ປະຈຸບັນພະນັກງານກວດກາລັດ ຍັງສືບຕໍ່ດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນກົດໝາຍ

ໃນກອງປະຊຸມເຊື່ອມຊຶມມະຕິ 22/ຄບສພ ແລະສະຫຼຸບ ວຽກງານກວດກາທົ່ວແຂວງສະຫວັນນະເຂດປີ 2016 ໄດ້ຈັດຂຶ້ນທີ່ສະໂມສອນ ຫ້ອງວ່າການແຂວງ ໃນວັນທີ 28-29 ມີນາ 2017 ນີ້ ໂດຍເປັນປະທານ ຂອງທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ວັນໄຊ ຊົງຢາຢູ ຮອງປະທານກວດກາລັດຖະບານ, ທ່ານ ນາງບຸນເຍື້ອນ ທິດພຸດທະວົງ ປະທານກວດກາພັກ-ລັດແຂວງ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການ ແລະພາກສ່ວນທີກ່ຽວຂ້ອງເຂົ້າຮ່ວມ

ທ່ານນາງ ບຸນເຍື້ອນ ທິດພຸດທະວົງ ໄດ້ຜ່ານຮ່າງບົດສະຫຼຸບ ການເຄື່ອນໄຫວວຽກງານກວດກາປີ 2016 ແລະທິດທາງແຜນການປີ 2017 ເຊິ່ງໃຫ້ຮູ້ວ່າ ທົ່ວແຂວງມີໜ່ວຍພັກທັງໝົດ 1.666 ໜ່ວຍ, ໄດ້ແບ່ງຄຸນນະພາບການຈັດຕັ້ງພັກ ແລະສະມາຊິກທົ່ວແຂວງ ໄດ້ແບ່ງເປັນໜ່ວຍພັກທີ່ເຂັ້ມແຂງ-ຮູ້ນຳພາຮອບດ້ານມີ 797 ໜ່ວຍ, ກວມ 47.11%, ໜ່ວຍພັກແຂງ 691 ໜ່ວຍ, ໜ່ວຍພັກກາງ 205 ໜ່ວຍ, ບໍ່ໄດ້ຈັດປະເພດ 11 ໜວ່ຍ, ໃນປີຜ່ານມາ ຄະນະພັກໄດ້ຕິດຕາມ ກວດກາບັນຊີພາຫະນະນຳເຂົ້າບໍ່ຖືກຕ້ອງ ແລະການແຈ້ງເສຍພາສີ ປ່ຽນກຳມະສິດພາຫະນະ ທີ່ນຳເຂົ້າໂດຍຂໍ້ຍົກເວັ້ນ ແລະງົດເກັບພາສີທົ່ວແຂວງ ປະເພດກະບະ, ເກັງ, ຈິບ ມີທັງໝົດ 1.296 ຄັນ, ມາຮອດວັນທີ 16 ມີນາ 2017 ແກ້ໄຂແລ້ວ 508 ຄັນ ກວມ 39,20% ເປັນເງິນ 17 ຕື້ກວ່າກີບ ແລະຍັງສືບຕໍ່ອີກ 788 ຄັນ

ປະຕິບັດຕາມຄຳສັ່ງ 15/ນຍ ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດໃນການຄຸ້ມຄອງ ແລະກວດກາ ການຂຸດຄົ້ນໄມ້ ແລະທຸລະກິດໄມ້, ປະຈຸບັນ ໄດ້ຈັດຕັ້ງປະຕິບັດວຽກງານດັດສົມໂຮງງານປຸງປຕ່ງໄມ້ ແລະກວດກາບັນຊີໄມ້ ສະໜາມ 2 ແລະ 3 ໄດ້ສຳເລັດ, ມີໄມ້ຄ້າງທັງໝົດ 58 ພັນແມັດກ້ອນ, ໄດ້ດຳເນີນການກວດກາຕາມຜົນການກວດສອບ ໃນການຊຳລະໜີ້ຮູບແບບ ມີສ່ວນຫຼຸດ 20%, 30% ແລະພັນທະບັດ ໃນໄລະຜ່ານມາທົ່ວແຂວງລວມມີ 9 ບໍລິສັດ, 9 ໂຄງການ, ມູນຄ່າຊຳລະຊໍ້າຊ້ອນ 2 ຕື້ກວ່າກີບ, ກູ້ຄືນໄດ້ 4 ບໍລິສັດ ເປນເງິນ 4 ຕື້ກວ່າກີບ ແລະຍັງຄ້າງ 1 ບໍລິສັດ ເປັນເງິນ 350 ລ້ານກີບ ມາຮອດປະຈຸບັນ ແຂວງສະຫວັນນະເຂດ ສຳເລັດການແຈ້ງຊັບສິນຄັ້ງທີ 1 ແລ້ວ 100%

ໃນຂະແໜງການເງິນ ກວດພົບພະນັກງານ ໃນຂະແໜງການເງິນ ເກັບລາຍຮັບບໍ່ເຂົ້າງົບປະມານ ໂດຍເອົາເງິນໄປໃຊ້ໃນວຽກສ່ວນຕົວ ໃນໄລຍະຜ່ານມາຈຳນວນ 5,8 ຕື້ກວ່າກີບ, ມີຜູ້ຮັບຜິດຊອບ 20 ຄົນ, ເກັບກູ້ຄືນໄດ້ 5,3 ຕື້ກວ່າກີບ, ຍັງຄ້າງ 50 ລ້ານ ແລະຍັງບໍ່ມີໃຜຮັບຜິດຊອບ 410 ລ້ານກີບ ໂດຍການຊັດທອດເຖິງພະນັກງານ 3 ຄົນ ແຕ່ພວກກ່ຽວປະຕິເສດ, ະຈຸບັນພະນັກງານກວດກາລັດ ຍັງສືບຕໍ່ດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນກົດໝາຍ

ໃນໂອກາດດຽວກັນ ທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ໃຫ້ກຽດເຜີຍແຜ່ເຊື່ອມຊຶມມະຕິເລກທີ 22/ຄບສພ ວ່າດ້ວຍການແກ້ໄຂພະຍາດອາດຍາສິດ ສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ແລະໄດ້ມີການເຜີຍແຜ່ບົດແນະນຳເລກທີ 46/ອກລ, ການຈັດຕັ້ງປະຕິບັດດຳລັດວ່າດ້ວຍການແຈ້ງຊັບສິນ (ສະບັບປັບປຸງ) ແລະຜ່ານຄຳສັ່ງເລກທີ 15/ນຍ ແລະຄຳສັ່ງເລກທີ 1892/ຈຂ.ສຂ ນຳອີກ

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...