Homeຂ່າວພາຍ​ໃນສຕລ ຮັບສະໝັກນັກເຕະບານໃໝ່ ເພື່ອເຂົ້າຮ່ວມທີມບານເຕະຊາຍ U 15 ແລະ U 23

ສຕລ ຮັບສະໝັກນັກເຕະບານໃໝ່ ເພື່ອເຂົ້າຮ່ວມທີມບານເຕະຊາຍ U 15 ແລະ U 23

Published on

ອີງຕາມແຜນການເຄື່ອນໄຫວຂອງສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2017 ສະຫະພັນບານເຕະແຫ່ງຊາລາວ ມີຈຸດປະສົງຄັດເລືອກນັກກິລາທີ່ມີພອນສະຫັວນ ແລະ ທັກສະ ເພື່ອກະກຽມນັກກິລາທີມບານເຕະຊາຍລາວ ຢູ15 ເຂົ້າຮ່ວມແຂ່ງຂັນລາຍການບານເຕະຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ທີ່ປະເທດ ໄທ ໃນລະຫວ່າງວັນທີ 9-12 ກໍລະກົດ 2017 ແລະ ທີມບານເຕະຊາຍລາວ ຢູ 23 ເຂົ້າຮ່ວມການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກ ທີ່ ສປປ ເກົາຫລີ ໃນລະຫວ່າງວັນທີ 19-23 ກໍລະກົດ 2017.
ການຄັດເລືອກຈະຈັດໃນລະຫວ່າງວັນທີ 20-30 ເມສາ 2017 ຢູ່ທີ່ເດີ່ນ (ສູນຝືກຫ້ວຍຫົງ) ເວລາ 16:00 – 18:00 ໂມງ.

ໝາຍເຫດ:
– ນັກກິລາທີ່ເຂົ້າຮ່ວມຄັດເລືອກທີມບານເຕະຊາຍລາວ ຢູ15 ຕ້ອງເກີດໃນເດືອນ ມັງກອນ 2002 ຂຶ້ນໄປ, ສ່ວນນັກກິລາທີ່ເຂົ້າຮ່ວມຄັດເລືອກທີມບານເຕະຊາຍລາວ ຢູ23 ແມ່ນຕ້ອງເກີດໃນເດືອນ ມັງກອນ 1995 ຂຶ້ນໄປ.
– ນັກກິລາຕ່າງແຂວງທີ່ຕ້ອງການມາຄັດເລືອກນັກກິລາໃນຄັ້ງນີ້ທາງ ສະຫະພັນບານເຕະແຫ່ງຊາດລາວ ແມ່ນອຳນວຍຄວາມສະດວກທາງດ້ານທີ່ພັກ ແລະ ອາຫານການກິນຕະຫລອດໄລຍະການຄັດເລືອກ.
– ສຳລັບຜູ້ທີ່ມາຄັດເລືອກຈະຕ້ອງນຳເອົາເອກະສານ ປຶ້ມສຳມະໂນຄົວ ຫລື ຫນັງສືການເດີນທາງ ( ຂອງແທ້ ) ແລະ ໃບຢັ້ງຢືນການສຶກສາ ( ຂອງແທ້ ) ເພື່ອເປັນຫລັກຖານ
ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ: 02099707053 ( ກັນລະຍາ ) , 02054443133 ( ອຸດຕະມະ ), 54918322 ( ວົງມີໄຊ ), Email: tecnic@laoff.org.la

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...