spot_img
Homeຂ່າວເຫດການຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບຜູ້ອຳນວຍການ ແລະຕາງໜ້າອົງການ ສປຊ ຄົນໃໝ່

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບຜູ້ອຳນວຍການ ແລະຕາງໜ້າອົງການ ສປຊ ຄົນໃໝ່

Published on

ສຳນັກຂ່າວສານປະເທດລາວ ລາຍງານ ໃນວັນທີ 27 ມີນາ 2017 ຜ່ານມາ ທີ່ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ສະເຕນ ອາ ແຮນເຊັນ (Stein R. HANSEN) ຜູ້ອໍານວຍການ ແລະຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ອຸດສາຫະກໍາ ຄົນໃໝ່ ປະຈໍາພາກພື້ນ, ທີ່ມີສໍານັກງານຕັ້ງຢູ່ ບາງກອກ, ປະເທດໄທ.

ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ສະແດງຄວາມຍິນດີ ແລະຄວາມຊົມເຊີຍຕໍ່ທ່ານ ສະເຕນ ອາ ແຮນເຊັນ ທີ່ໄດ້ຖືກແຕ່ງຕັ້ງມາເປັນ ຜູ້ອໍານວຍການ ແລະ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ອຸດສາຫະກໍາຄົນໃໝ່ ປະຈໍາພາກພື້ນ. ພ້ອມນັ້ນ,  ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການດັ່ງກ່າວ ທີ່ໄດ້ໃຫ້ຄວາມຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ໃນໄລຍະທີ່ຜ່ານມາ, ໂດຍສະເພາະ ແມ່ນການປະກອບສ່ວນ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນ ການຍົກລະດັບພື້ນຖານໂຄງລ່າງ ທາງດ້ານຄົມມະນາຄົມ ເພື່ອໃຫ້ອຸດສາຫະກໍາ ການຜະລິດພາຍໃນປະເທດ ອອກສູ່ຕະຫລາດສາກົນໄດ້ງ່າຍຂຶ້ນ ແລະ ການຫລຸດຜ່ອນຜົນກະທົບ ທາງດ້ານສິ່ງແວດລ້ອມ ໂດຍການໃຊ້ ພະລັງງານທີ່ພຽງພໍ ແລະ ບໍ່ເປັນພິດອັນຕະລາຍ ຕໍ່ສະພາບແວດລ້ອມ ໃນຮູບແບບພະລັງງານທົດແທນ, ໃນນັ້ນມີ 5 ໂຄງການ ທີ່ກໍາລັງດໍາເນີນຢູ່ ແລະ 4 ໂຄງການທີ່ໄດ້ປະຕິບັດສໍາເລັດ ຢ່າງມີໝາກຜົນອັນດີ ໃນປີ 2015 ແລະ 2016 ທີ່ຜ່ານມາ.

ໃນໂອກາດອັນດຽວກັນ, ທ່ານ ສະເຕນ ອາ ແຮນເຊັນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ອັນອົບອຸ່ນຂອງທ່ານ ຮອງລັດຖະມົນຕີ ແລະ ໃຫ້ຄໍາໝັ້ນສັນຍາ ທີ່ຈະສືບຕໍ່ໃຫ້ການຮ່ວມມື ສະໜັບສະໜູນ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດ ແຜນການຮ່ວມມື ລະຫວ່າງ ອົງການສະຫະປະຊາຊາດ ເພື່ອການພັດທະນາ ອຸດສາຫະກໍາ ແລະ ສປປ ລາວ ກໍຄືເປົ້າໝາຍການພັດທະນາ ແບບຍືນຍົງ ທີ່ຕິດພັນກັບວຽກງານຂອງອົງການ ໃຫ້ໄດ້ຮັບໝາກຜົນ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...