Homeສຸຂະພາບ ແລະ ສີ່ງແວດລ້ອມ10 ວິທີຫຼຸດນໍ້າໜັກແບບໄດ້ຜົນແນ່ນອນ

10 ວິທີຫຼຸດນໍ້າໜັກແບບໄດ້ຜົນແນ່ນອນ

Published on

ການຫຼຸດນໍ້າໜັກຄື ການເຜົາຜານແຄລໍລີ່ໃຫ້ຫຼາຍກວ່າທີ່ເຮົາກິນເຂົ້າໄປ ແຕ່ຖ້າເຈົ້າບໍ່ເອົາໃຈໃສ່ເທົ່າທີ່ຄວນ ບາງທີເຈົ້າອາດຕຸ້ຍຂຶ້ນຫຼາຍກວ່າເກົ່າກໍເປັນໄດ້, ມື້ນີ້ເຮົາມີ 10 ວິທີງ່າຍໆ ທີ່ຊ່ວຍໃຫ້ທ່ານຈ່ອຍລົງ ພຽງປ່ຽນພຶດຕິກຳເລັກໜ້ອຍ ໂດຍທີ່ບໍ່ຕ້ອງທໍລະມານຕົນເອງອີກຕໍ່ໄປ

  1. ການດື່ມນໍ້າ: ມີຜົນການວິໄຈລ່າສຸດບອກວ່າຄົນອາເມລິກາໄດ້ຮັບພະລັງງານ 245 ແຄລໍລີ່/ວັນ ຈາກການດື່ມນໍ້າອັດລົມຄິດເປັນ 90.000 ແຄລໍລີ່/ປີ ເຮັດໃຫ້ນໍ້າໜັກຕົວເພີ່ມຂຶ້ນເຖິງ 11 ກິໂລ, ນັກວິໄຈເຜີຍວ່າ ນອກຈາກໄດ້ຮັບແຄລໍລີ່ຈຳເປັນແລ້ວ ເຄື່ອງດື່ມທີ່ອັດລົມ ແລະນໍ້າຕານບໍ່ໄດ້ຊ່ວຍໃຫ້ອິ່ມຄືກັບອາຫານໄດ້, ດັ່ງນັ້ນ ຄວນດື່ມນໍ້າຈະດີກວ່າ
  2. ຂຽນບັນທຶກ: ຈົດລາຍການອາຫານທຸກຢ່າງ ພ້ອມປະລິມານທີ່ເຮົາກິນ ຄົນທີ່ຈົດການກິນອາຫານຂອງຕົນເອງ ຈະກິນໜ້ອຍກວ່າຄົນທີ່ບໍ່ຈົດ 15%
  3. ເຮັດກາເຟກິນເອງ: ກາເຟທຳມະຊາດໃຫ້ແຄລໍລີ່ໜ້ອຍກວ່າກາເຟຈາກຮ້ານ
  4. ອາຫານສີຂາວຫ້າມກິນ: ຜະລິດຕະພັນທີ່ເຮັດຈາກແປ້ງສີຂາວ ແລະນໍ້າຕານ ຈະເຮັດໃຫ້ລະດັບນໍ້າຕາໃນເລືອດສູງໂດຍບໍ່ໄດ້ຮັບສານອາຫານທີ່ມີປະໂຫຍດໃດໆ
  5. ແຕ່ງອາຫານກິນເອງ: ເພາະການກິນເຂົ້າຢູ່ຕາມຮ້ານອາຫານຕ່າງໆ ຈເຮັດໃຫ້ເຈົ້າກິນຫຼາຍຂຶ້ນ ແລະຍັງມີແຕ່ອາຫານທີ່ມີໄຂມັນສູງ, ການແຕ່ງກິນເອງຈະເຮັດໃຫ້ເຮົາກິນໜ້ອຍ ແລະະລິມານໄຂມັນກໍບໍ່ສູງຫຼາຍເີນໄປ
  6. ກິນອາຫານຫວານຫຼາຍເຮັດໃຫ້ຕຸ້ຍ: ໂດຍການຫຼີກລຽງອາຫານທີ່ປຸງສຳເລັດທີ່ມີສະຫຼາກບອກວ່າ ມີນໍ້າຕານຟຣຸກໂຕສ ເປັນສ່ວນປະສົມສຳຄັນ ເຊິ່ງທ່ານສາມາດຫາອາຫານທີ່ມີນໍ້າຕານຕໍ່າໄດ້ງ່າຍໆ
  7. ກິນຊ້າໆ: ການກິນຢ່າງມີສະຕິ ຈະເຮັດໃຫ້ທ່ານກິນໃນປະລິມານທີ່ນ້ອຍກວ່າ
  8. ຫຼຸດຂະໜາດຈານໃສ່ອາຫານ: ມີການສຶກສາໜຶ່ງບອກວ່າ ມີອາຫານຢູ່ຕໍ່ໜ້າຫຼາຍ ຈະເຮັດໃຫ້ກິນຫຼາຍ, ການມີອາຫານຢູ່ຕໍ່ໜ້າໜ້ອຍເທົ່າໃດ ທ່ານກໍຈະກິນໜ້ອຍລົງເທົ່ານັ້ນ
  9. ເບິ່ງໂທລະພາບນ້ອຍລົງ: ເພາະການເບິ່ງໂທລະພາບແລ້ວກິນ ຈະເຮັດໃຫ້ເເພີນ ກິນຫຼາຍກວ່າເດີມ
  10. ທຳຄວາມສະອາດເຮືອນ: ການເຮັດວຽກເຮືອນ ເປັນວິທີເຜົາຜານແຄລໍລີ່ທີ່ດີຢ່າງໜຶ່ງເຊັ່ນ: ການກວດເຮືອນ, ການເຊັດແວ່ນ, ການລ້າງຖ້ວຍ, ລ້າງຫ້ອງນໍ້າ ຕ່າງໆເຫຼົ່ານີ້ ຈະເຮັດໃຫ້ທ່ານໃຊ້ພະລັງງານ ແລະເຜົາຜານໄຂມັນສ່ວນເກີນອອກໄປ

ເມື່ອທ່ານຮູ້ 10 ວິທີດັ່ງກ່າວແລ້ວ ກໍຄວນເອົາໄປປະຕິບັດ ເພື່ອທ່ານຈະໄດ້ຫຼຸດນໍ້າໜັກຕາມທີ່ຕ້ອງການ, ນອກຈາກນັ້ນກໍຄວນອອກກຳລັງກາຍຢ່າງສະໝໍ່າສະເໝີ ແລະກິນອາຫານໃຫ້ຄົບ 5 ໝູ່ ເພື່ອສຸຂະພາບທີ່ດີ ແລະແຂງແຮງ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...