Homeນານາສາລະ5 ສິ່ງທີ່ບໍ່ຄວນໃຊ້ເຈ້ຍທິດຊູ່ເຊັດ

5 ສິ່ງທີ່ບໍ່ຄວນໃຊ້ເຈ້ຍທິດຊູ່ເຊັດ

Published on

ຫຼາຍຄົນຄິດວ່າເຈ້ຍທິດຊູ່ ເປັນເຄື່ອງໃຊ້ທີ່ໃຫ້ປະໂຫຍດຫຼາຍຢ່າງເຊັ່ນ: ຄາບຂີ້ຝຸ່ນ, ສິ່ງເປິເປື້ອນ, ນໍ້າປຽກພື້ນ, ແຕ່ກໍມີບາງສິ່ງທີ່ບໍ່ຄວນໃຊ້ເຈ້ຍທິດຊູ່ເຊັດ ເພາະນອກຈາກມັນຈະບໍ່ສະອາດແລ້ວ ບາງຄັ້ງມັນຍັງເຮັດໃຫ້ເຄື່ອງຂອງເຮົາເສຍຫາຍໄດ້ອີກດ້ວຍ

  1. ໂສ້ງເສື້ອສີດຳ: ການເອົາທິດຊູ່ເຊັດ ເປັນການຖິ້ມເຍື່ອເຈ້ຍທິດຊູ່ຕິດໄວ້ເທິງເສື້ອຜ້າ ວິທີທີ່ດີທີ່ສຸດຄື ການໃຊ້ຜ້າສະອາດໆເຊັດສິ່ງເປິເປື້ອນຈະດີກວ່າ
  2. ແວ່ນຕາ: ເພາະຈະສ້າງຄວາມເສຍຫາຍໃຫ້ກັບຜິວພາຍນອກເລນໂດຍສະເພາະ ເມື່ອເລນນັ້ນມີການເຄືອບເປັນຢ່າງດີ, ວິທີທຳຄວາມສະອາດແວ່ນຕາທີ່ເໝາະສົມຄື ການໃຊ້ຜ້າເຊັດທຳຄວາມສະອາດແວ່ນຕາໂດຍສະເພາະ
  3. ບາງຊິ້ນສ່ວນອຸປະກອນເອເລັກໂຕຣນິກ: ເພາະມີຄວາມລະອຽດອ່ອນ ອາດໄດ້ຮັບຄວາມເສຍຫາຍໄດ້ງາຍເຊັ່ນ: ໜ້າຈໍໂທລະສັບ ເຈ້ຍທິດຊູ່ມີຜິວສຳຜັດມັນຈະທຳລາຍຜິວໜ້າຈໍ, ດັ່ງນັ້ນຄວນໃຊ້ຜ້າທີ່ອ່ອນນຸ້ມ ຊ່ວຍທຳຄວາມສະອາດໜ້າຈໍ ຫຼືຮອຍເປື້ອນ
  4. ເຟີນິເຈີໄມ້: ເຈ້ຍທິດຊູ່ຈະສ້າງຝຸ່ນ ແລະຮອຍຂີດເທິງເຟີນິເຈີໄມ້, ວິທີທຳຄວາາມສະອາດເຟີນິເຈີໄມ້ທີ່ດີທີ່ສຸດ ຄວນໃຊ້ຜ້ານຸ້ມໆເຊັດຈະດີກວ່າ
  5. ຮອຍເປື້ອນເທິງພົມ: ການໃຊ້ເຈ້ຍທິດຊູ່ເຊັດນໍ້າທີ່ເປື້ອນໃນພົມນັ້ນ ຍິ່ງເຮັດໃຫ້ຄາບເປື້ອນ ຫຼືຮອຍເປື້ອນຕິດແໜ້ນ, ວິທີທີ່ດີທີ່ສຸດຄື ການໃຊ້ຜ້າເຊັດທຳຄວາມສະອາດ ແຕ່ຖ້າຖູ ເພາະມັນຈະເຮັດໃຫ້ຮອຍເປື້ອກະຈາຍຕົວອອກໄປຫຼາຍຂຶ້ນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...