Homeຂ່າວເຫດການພະຍາກອນອາກາດ ປະຈຳວັນທີ 28 ມີນາ 2017

ພະຍາກອນອາກາດ ປະຈຳວັນທີ 28 ມີນາ 2017

Published on

ກົມອຸຕຸນິຍົມ ແລະອຸທົກກະສາດ ລາຍງານເມື່ອວັນທີ 28 ມີນາ 2017 ວ່າຄວາມກົດດັນອາກາດສູງຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ ອາກາດຍັງໜາວເຢັນ ໂດຍສະເພາະຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະເຂດພູພຽງບໍລະເວນປາກຊ່ອງ ແລະຍັງຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຢູ່ບາງທ້ອງຖິ່ນແຂວງ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ, ດັ່ງນັ້ນ ຈຶ່ງຂໍແຈ້ງເຕືອນເຖິງພໍ່ແມ່ປະຊາຊົນ ແລະ ອຳນາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບອາກາດມີການປ່ຽນແປງໄວ, ຊຶ່ງມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ພ້ອມມີລົມພັດແຮງເປັນບາງໂອກາດໃນໄລຍະນີ້.

  • ສະພາບອາກາດ ແຂວງພາກເໜືອ ດ້ານຕາເວັນອອກ
  • ສະພາບອາກາດ ແຂວງພາກເໜືອ ດ້ານຕາເວັນຕົກ
  • ສະພາບອາກາດ ແຂວງພາກກາງ
  • ສະພາບອາກາດ ແຂວງພາກໃຕ້

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...