spot_img
Home​ຂ່າວບັນເທິງບົດສະຫຼຸບການຕາມຫາຄົນຮັກຂອງ "ຈອນນີ້ ແລະ ກີຕ້າ" ໃນລາຍການ Take Me Out Thailand

ບົດສະຫຼຸບການຕາມຫາຄົນຮັກຂອງ “ຈອນນີ້ ແລະ ກີຕ້າ” ໃນລາຍການ Take Me Out Thailand

Published on

ອັບເດດຊີວິດເລື່ອງລາວຄວາມຮັກ ຂອງນາຍແບບໜຸ່ມ “ຈອນນີ້” ແລະ ສາວ”ກີຕ້າ” ໜຸ່ມຫຼໍ່ສາວງາມຂອງບ້ານເຮົາ ທີ່ໄດ້ໄປຕາມຫາຄົນຮູ້ໃຈໃນລາຍການຫາຄູ່ຊື່ດັງຂອງປະເທດ ເພື່ອບ້ານຢ່າງລາຍການ Take Me Out Thailand ຫຼັງຈາກທັງຄູ່ໄດ້ Take ເອົາຄູ່ເດດຂອງຕົນເອງອອກມາຈາກລາຍກາຍ ໂດຍ ຈອນນີ້ ໄດ້ Take ເອົາສາວ ນາດາ ມາ ເປັນຄູ່ເດດ, ສ່ວນສາວ ກີຕ້າ ກໍ່ຖືກໜຸ່ມຫຼໍ່ຈາກເກົາຫຼີ “ເຈ ມິນ ລີ” Take ອອກຈາກລາຍການໄປເປັນຄູ່ເດດຄືກັນ.

ເລື່ອງລາວຄວາມຮັກຂອງທັງ 2 ຄົນ “ຈອນນີ້ ກັບ ກີຕ້າ” ພ້ອມກັບຄູ່ເດດຂອງພວກເຂົາ “ນາດາ ແລະ ເຈມິນລີ” ເຊິ່ງເປັນຄູ່ທີ່ມີຜູ້ຄົນແຟນຄລັບທັງຝັ່ງລາວ ແລະ ຝັ່ງໄທເຈົ້າຕາເບິ່ງ ແລະ ເຊຍໃຫ້ພວກເຂົາທັງ 4 ຄົນ (2ຄູ່) ໄດ້ຄົບຫາເປັນແຟນກັນແທ້ໆ ເພາະເບິ່ງໂດຍລວມແລ້ວທັງສອງຄູ່ນີ້ມີເຄມີທີ່ເຂົ້າກັນຫຼາຍ ແຕ່ບົດສະຫຼຸບຄວາມຮັກຂອງພວກເຂົາຈະເປັນແບບໃດນັ້ນ! ພວກເຂົາຈະສົມຫວັງ ຫຼື ບໍ່ ເຮົາມາຕິດຕາມ ແລະ ເອົາໃຈຊ່ວຍທັງສອງຄົນໄປພ້ອມກັນໄດ້ໃນເທັບວິດີໂອ Take Me Out Reality ຕອນ “ຮັກທີ່ບໍ່ຊັດເຈນ” ເຊິ່ງທາງລາຍການ Take Me Out Thailand ໄດ້ປ່ອຍລົງ YouTube ໃຫ້ໄດ້ຊົມກັນໄປແລ້ວເມື່ອຕອນບ່າຍວານນີ້ ດັ່ງນັ້ນແອັດມິນກໍ່ບໍ່ພາດທີ່ຈະນຳມາຝາກ ເອົາເປັນວ່າເຮົາມາເບິ່ງພ້ອມກັນເລີຍ 

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...