Homeຂ່າວຕ່າງປະເທດເກີດເຫດຫິມະຖະຫຼົ່ມ ມີນັກຮຽນເສຍຊີວິດແລ້ວ 8 ຄົນ ແລະບາດເຈັບອີກຈຳນວນຫຼາຍ

ເກີດເຫດຫິມະຖະຫຼົ່ມ ມີນັກຮຽນເສຍຊີວິດແລ້ວ 8 ຄົນ ແລະບາດເຈັບອີກຈຳນວນຫຼາຍ

Published on

ສຳນັກຂ່າວເອເອຟພີລາຍງານເມື່ອວັນທີ 27 ມີນາ 2017 ຜ່ານມາວ່າ ເກີດເຫດຫິມະຖະຫຼົ່ມບໍລິເວນໃກ້ກັບລານສະກີ ເມືອງນາສຸ ແຂວງໂຕຊິກິ ຂອງນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນຕອນເຊົ້າຂອງວັນທີ 27 ມີນາ ໃນຂະນະທີ່ມີເດັກນ້ອຍນັກຮຽນມັດທະຍົມ 52 ຄົນ ແລະອາຈານ 11 ຄົນ ໃນໂຮງຮຽນ 11 ແຫ່ງ ເຊິ່ງຢູ່ລະຫວ່າງການເຂົ້າຄ້າຍໃນພູເຂົາດັ່ງກ່າວ

ຫຼັງຈາກເກີດເຫດ ໄດ້ມີການສົ່ງກຳລັງທະຫານ 100 ກວ່າຄົນ ລົງພື້ນທີ່ເພື່ອຊ່ວຍເຫຼືອຜູ້ປະສົບໄພ, ເຊິ່ງເບື້ອງຕົ້ນພົບວ່າ ມີນັກຮຽນຢ່າງໜ້ອຍ 8 ຄົນ ຈາກໂຮງຮຽນມັດທະຍົມໂຕວາຣະ ເຊິ່ງຍັງບໍ່ໄດ້ປະກາດວ່າມີໃຜແດ່ທີ່ເສຍຊີວິດ ຈົນກວ່າຈະມີການຢືນຢັນຈາກແພດ, ມີຜູ້ໄດ້ຮັບບາດເຈັບ 30 ກວ່າຄົນ ແລະຍັງບໍ່ສາມາດຢືນຢັນໄດ້ວ່າມີອາຈານລວມຢູ່ໃນຈຳນວນຜູ້ທີ່ໄດ້ຮັບບາດເຈັບ ຫຼືບໍ່

ຂ່າວບອກອີກວ່າ ສຳນັກງານອຸຕຸນິຍົມວິທະຍາທ້ອງຖິ່ນ ໄດ້ປະກາດເຕືອນຫິມະຕົກໜັກ ແະອາດເກີດຫິມະຖະຫຼົ່ມໄດ້ໃນວັນທີ 26 ມີນາ ຈົນເຖິງວັນທີ 27 ມີນາ 2017 ໃນບໍລິເວນຕອນເໜືອຂອງນະຄອນຫຼວງໂຕກຽວ ແລະຄາດວ່າຈະມີຫິມະຕົກລົງມາສູງເຖິງປະມານ 30 ຊັງຕີແມັດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...