Homeນານາສາລະປະໂຫຍດຂອງການດື່ມ "ນໍ້າໝາກຫຸ່ງ"

ປະໂຫຍດຂອງການດື່ມ “ນໍ້າໝາກຫຸ່ງ”

Published on

ໝາກຫຸ່ງມີສັບພະຄຸນທາງຢາ ມີເອນໄຊຊະນິດໜຶ່ງທີ່ເອີ້ນວ່າ “ພາເພນ” ຊ່ວຍຍ່ອຍອາຫານທີ່ບໍ່ຍ່ອຍ, ຊ່ວຍໃຫ້ປະຈຳເດືອນມາປົກກະຕິ, ຫຼຸດໄຂ້, ແກ້ເລືອດອອກຕາມແຂ້ວ, ຊ່ວຍຍ່ອຍອາຫານ, ຫຼຸດກົດໃນກະເພາະອາຫານ, ເຮັດໃຫ້ການເຮັດວຽກຂອງລຳໄສ້ດີຂຶ້ນ, ຊ່ວຍທຳຄວາມສະອາດໝາກໄຂ່ຫຼັງ, ຊ່ວຍໃຫ້ເລືອດແຂງໂຕ, ເປັນຢາລະບາຍອ່ອນໆ, ຊ່ວຍໃຫ້ລະບົບຂັບຖ່າຍສະດວກ, ຊ່ວຍປ້ອງກັນພະຍາດມະເຮັງ, ບຳລຸງເລືອດ, ບຳລຸງປະສາດ ແລະລະບົບສາຍຕາ

ສ່ວນປະສົມທີ່ຕ້ອງກຽມສຳລັບເຮັດນໍ້າໝາກຫຸ່ງ 2 ຈອກ

  1. ໝາກຫຸ່ງສຸກປາດເປັນປ່ຽງ 1 ຈອກເຄິ່ງ
  2. ນໍ້າເຢັນ 1/2 ຈອກ
  3. ນໍ້າກ້ອນບົດ 1/2 ຈອກ
  4. ນໍ້າໝາກນາວ 2 ບ່ວງແກງ
  5. ນໍ້າເຜິ້ງ 3 ບ່ວງແກງ
  6. ເກືອເລັກໜ້ອຍ

ວິທີເຮັດນໍ້າໝາກຫຸ່ງ:

ເອົານໍ້າກ້ອນ, ໝາກຫຸ່ງ, ນໍ້າເຢັນ, ນໍ້າໝາກນາວ, ນໍ້າເຜິ້ງ, ເກືອ ລົງໃສ່ໂຖປັ່ນໝາກໄມ້ ປັ່ນຈົນເປັນເນື້ອດຽວກັນລະອຽດ ແລ້ວຖອກໃສ່ຈອກທີ່ກຽມໄວ້້ນັ້ນ, ເມື່ອເຮັດແລ້ວ ຄວນດື່ທັນທີ ເພື່ອຄຸນຄ່າທາງສານອາຫານຈາກໝາກຫຸ່ງໄດ້ຢ່າງຄົບຖ້ວນ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...