Homeສຸຂະພາບ ແລະ ສີ່ງແວດລ້ອມເຈັບຫົວຈົນນອນບໍ່ຫຼັບ ສັນຍານເຕືອນສຸຂະພາບທີ່ບໍ່ຄວນເບິ່ງຂ້າມ

ເຈັບຫົວຈົນນອນບໍ່ຫຼັບ ສັນຍານເຕືອນສຸຂະພາບທີ່ບໍ່ຄວນເບິ່ງຂ້າມ

Published on

“ນອນຫຼັບ” ເປັນການພັກຜ່ອນທີ່ດີທີ່ສຸດ ແຕ່ບໍ່ແມ່ນທຸກຄັ້ງທີ່ການນອນຫຼັບສາມາດເຮັດໄດ້ງ່າຍໆ ໂດຍສະເພາະສຳລັບໃຜທີ່ມີໜ້າວຽກທີ່ເຄັ່ງຄຽດ ແລະຕ້ອງຮັບຄວາມຜິດຊອບສູງໃນແຕ່ລະວັນ, ລວມເຖິງການພົບບັນຫາຕ່າງໆ ທີ່ກໍ່ໃຫ້ເກີດຄວາມບໍ່ສະບາຍໃຈ, ກັງວົນໃຈ ແລະກົດດັນ ເຫດການຕ່າງໆເຫຼົ່ານີ້ ມີສ່ວນສຳຄັນ ທີ່ເຮັດໃຫ້ເກີດຄວາມຕຶງຄຽດ ເຊິ່ງຖ້າບໍ່ໄດ້ຮັບການຜ່ອນຄາຍ ຫຼືບຳບັດຢ່າງຖືກຕ້ອງ ດົນໄປຈະເຮັດໃຫ້ມີຄວາມຜິດປົກກະຕິທາງອາລົມ ຫຼືອາດເຖິງຂັ້ນປ່ວຍເປັນໂຣກຊຶມເສົ້າ

ອາການເຫຼົ່ານີ້ ບາງຄັ້ງອາດພົບຮ່ວມກັບ “ເຈັບຫົວ” ຫຼື “ໄມເກຣນ” ພະຍາດທີ່ທຸກຄົນຍົກໃຫ້ເປັນໜຶ່ງໃນອາການເຈັບປວດທີ່ທໍລະມານ ເພາະຖ້າອາການຫາກເກີດຂຶ້ນ ຈະເຮັດໃຫ້ເຈັບຫົວຕຸ໊ບໆ ບໍລະເວນຂະມັບ ແລະບໍລິເວນຕົ້ນຄໍ ຈົນນອນບໍ່ໄດ້ ເຊິ່ງອາດກະທົບຕໍ່ການເຮັດວຽກ ແລະການໃຊ້ຊີວິດປະຈຳວັນແລ້ວ, ໃນໄລຍະດົນ ອາດກໍ່ໃຫ້ເກີດພະຍາດຮ້າຍແຮງເຊັ່ນ: ພະຍາດຫຼອດເລືອດສະໝອງ, ພະຍາດຫົວໃຈ

ຂໍ້ສັງເກດງ່າຍໆ ທີ່ບົ່ງບອກວ່າເມື່ອໃດ ທີ່ເກີດອາການແບບນີ້ກັບຮ່າງກາຍ ຄວນຮີບໄປໂຮງໝໍ ເພື່ອໃຫ້ໝໍກວດ ແລະປິ່ນປົວຢ່າງຖືກວິທີຄື:

  • ເຈັບຫົວຮຸນແຮງ ຫຼືຮາກຢ່າງຮຸນແຮງ
  • ເຈັບຫົວຫຼາຍໃນຕອນເຊົ້າ
  • ເຈັບຮຸນແຮງຂຶ້ນ ແລະດົນຂຶ້ນ
  • ຍ່າງເຊ ແຂນຂາອ່ອນເພຍ
  • ຕາມົວ ແລະຕາແດງ
  • ເຈັບປວດຫຼັງ

ເມື່ອເຮົາຮູ້ຜົນເສຍຈາກການເຈັບຫົວ ແລະວິທີສັງເກດອາການ, ອີກວິທີໜຶ່ງ ທີ່ຈະເຮັດໃຫ້ທ່ານນອນຫຼັບຢ່າງມີປະສິດທິພາບ ພ້ອມຕື່ນຂຶ້ນມາພ້ອມກັບຄວາມສົດໃສ ດ້ວຍວິທີນີ້:

  • ຫຼີກລຽງເຄື່ອງດື່ມທີ່ມາຄາເຟອິນ ໂດຍສະເພາະໃນກາເຟ ໃນຊ່ວງເວລາໃກ້ຄໍ່າ ເພາະຈະເຮັດໃຫ້ຮ່າງກາຍຕື່ນຕົວນອນຫຼັບຍາກ
  • ບໍ່ດື່ມທາດແອວກໍຮໍ ຈະເຮັດໃຫ້ຕື່ນເປັນຊ່ວງໃນເວລາກາງຄືນ
  • ອອກກຳລັງກາຍສະໝໍ່າສະເໝີ ເພາະຈະຊ່ວຍເພີ່ມປະສິດທິພາບໃນການນອນຫຼັບ ເຮັດໃຫ້ນອນຫຼັບດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...