Homeນານາສາລະວິທີລວກຜັກໃຫ້ຂຽວໜ້າຮັບປະທານ ງ່າຍໆພຽງທ່ານໃສ່ສິ່ງນີ້

ວິທີລວກຜັກໃຫ້ຂຽວໜ້າຮັບປະທານ ງ່າຍໆພຽງທ່ານໃສ່ສິ່ງນີ້

Published on

ການລວກຜັກແນວໃດໃຫ້ຜັກຂຽວ ຫຼາຍໆຄົນອາດສົງໄສວ່າ ມີເຄັດລັບແນວໃດໃຫ້ຜັກທີ່ລວກຂຽວສົດ ແລະກອບແຊບ ເຮັດມໃຫ້ມີຄຸນຄ່າທາງອາຫານສູງ

ກ່ອນອື່ນເຮົາຕ້ອງມາຮູ້ຈັກສານໃຫ້ສີຂຽວ ທີ່ຢູ່ໃນໃບຜັກຊະນິດຕ່າງໆ ເຊິ່ງແມ່ນສານ chlorophyll ແປວ່າສີຂຽວ  ແລະເປັນທີ່ມາຂອງກ໊າຊຄໍຣີນ  (Chlorine) ເຊິ່ງເປັນກ໊າສທີ່ມີສີຂຽວອ່ອນໆ ແຕ່ເຖິງສອງຄຳນີ້ມາຈາກຮາກສັບດຽວກັນ ແຕ່ chlorophyll ບໍ່ມີອົງປະກອບຂອງ (Chlorine) ໃນໂມເລກຸນ. chlorophyll ມີໂຄງສ້າງໂມເລກຸນຄ້າຍຄືກັບ  Haeme ທີ່ເປັນສານສີແດງທີ່ມີໃນເລືອດຂອງມະນຸດ ແລະສັດທັງຫຼາຍ, ໃນເວລາທີ່ເຮົາລວກຜັກ ຄວນໃສ່ສິ່ງນີ້ລົງໄປ ຈະເຮັດໃຫ້ເຮົາໄດ້ຜັກທີ່ມີສີຂຽວ ໜ້າຮັບປະທານ

  1. ໃສ່ເກືອ: ໃນຂະນະທີ່ເຮົາລວກຜັກ ຄວນໃສ່ເກືອລົງໄປໃນໍ້າເລັກໜ້ອຍ ຈະເຮັດໃຫ້ຜັກມີສີຂຽວງາມ, ແຕ່ແນວໃດກໍຕາມ ຖ້າເຮົາລວກຜັກເປັນເວລາດົນ ກໍຈະເຮັດໃຫ້ເຊວ chloroplastນັ້ນແຕກອອກ ເຮັດໃຫ້ chlorophyll ທີ່ມີຢູ່ໃນ chloroplast ຫຼຸດອອກມາ ເຮັດໃຫ້ ຜັກທີ່ເຮົາລວກເປັນເວລາດົນເປັນສີເຫຼືອງ, ດັ່ງນັ້ນ ເພື່ອປ້ອງກັນບັນຫານີ້ ຈຶ່ງຄວນແຊ່ຜັກ ທີ່ເຮົາລວກລໃນນໍ້າເຢັນທັນທີ ເພື່ອປ້ອງກັນບໍ່ໃຫ້ເຊວ chloroplast ແຕກອອກ ເຮັດໃຫ້ຜັກມີສີຂຽວໄດ້ດົນ
  2. ໃສ່ນໍ້າມັນພືດ: ໃນຂະນະທີ່ເຮົາລວກຜັກ ການໃສ່ນໍ້າມັນພືດລົງໃນໝໍ້ເລັກໜ້ອຍ ຈະເປັນການເຄືອບຜະໜັງເຊວຂອງຜັກ ທີ່ລວກໃຫ້ມີຄວາມທົນທານ ແລະເຮັດໃຫ້ຜັກງາມຫຼາຍຂຶ້ນ ແລະກໍຈະເຮັດໃຫ້ຜັກມີສີຂຽວໜ້າຮັບປະທານຫຼາຍຂຶ້ນ.

ດັ່ງນັ້ນ ເຄັດລັບການລວກຜັກ ຈຶ່ງຕ້ອງໃສ່ເກືອ ໂດຍສະເພາະແມ່ນເກືອຈາກທຳມະຊາດ ແລະນໍ້າມັນພືດໃສ່ເລັກໜ້ອຍ ໂດຍລວກໃນນໍ້າທີ່ຟົດ ໃນໄລຍະເວລາອັນສັ້ນ, ຈາກນັ້ນກໍເອົາຜັກທີ່ລວກນັ້ນ ແຊ່ລົງໃນນໍ້າເຢັນ ຈະເຮັດໃຫ້ເຮົາໄດ້ຜັກທີ່ມີສີຂຽວ ພ້ອມທີ່ຈະຮັບປະທານກັບແຈ່ວທີ່ແຊບຂອງທ່ານໄດ້

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...