spot_img
Homeຂ່າວການພັດທະນາພິທີ​ມອບ-ຮັບ​ ໂຄງການ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ ໃນ​ນະຄອນຫຼວງ​ວຽງ​ຈັນ

ພິທີ​ມອບ-ຮັບ​ ໂຄງການ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ ໃນ​ນະຄອນຫຼວງ​ວຽງ​ຈັນ

Published on

ໃນວັນທີ 24 ມີນາ 2017 ຜ່ານມາ ທີ່ບ້ານໂພນປາເປົ້າ ເມືອງສີສັດຕະນາກ ໄດ້ມີພິທີ​ມອບ-ຮັບ​ໂຄງການ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ໃນ​ນະຄອນຫຼວງ​ວຽງ​ຈັນ (ນວ) ໂດຍມີ​ທ່ານ ແກ້ວ​ພິລາ​ວັນ ອາ​ໄພ​ລາດ ຮອງເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ນາງ ທິບ​ພະ​ກອນ ຈັນທະວົງສາ ຮອງ​ລັດຖະມົນຕີ​ກະຊວງການ​ເງິນ, ທ່ານ​ນາງ ວິໄລ​ຄຳ ໂພ​ສາ​ລາດ ຮອງ​ລັດຖະມົນຕີກະຊວງ​ໂຍທາ​ທິ​ການ ແລະຂົນສົ່ງ, ທ່ານ ເນ​ວິນ ສິນ​ສິ​ຣິ ຜູ້​ອຳນວຍ​ການ​ສຳນັກງານ​ການ​ຮ່ວມມື​ ພັດທະນາ​ເສດຖະກິດ ​ປະເທດເພື່ອນ​ບ້ານ​ ແຫ່ງ​ຣາ​ຊະ​ອານາຈັກໄທ ຜູ້ຕາງໜ້າ​ສະຖານທູດ​ໄທ​ປະຈຳ​ລາວ ແລະແຂກ​ຖືກ​ເຊີນ​ເຂົ້າຮ່ວມ.

ໂຄງການ​ດັ່ງກ່າວ ໄດ້​ຮັບການ​ສະໜັບສະໜູນ​ເງິນ​ກູ້​ຢືມດອກ​ເບ້ຍ​ຕ່ຳ ​ຈາກ​ສຳນັກງານການ​ຮ່ວມ​ມື​ພັດທະນາ​ເສດຖະກິດປະເທດ​ເພື່ອນ​ບ້ານ​ ແຫ່ງ​ຣາ​ຊະອານາຈັກ​ໄທ (NEDA) ມູນ​ຄ່າ 313.370.000 ບາດ (ສະກຸນໄທ) ຫຼື ປະມານ 73,3 ຕື້​ກີບ ເພື່ອ​ນຳ​ມາ​ປັບປຸງ ແລະ ສ້ອມແປງ​ເສັ້ນທາງ​ສາຍ​ຫຼັກຄື: ຖະໜົນ​ກຳແພງ​ເມືອງ ໄລຍະ​ທີ I ແຕ່ສາມ​ແຍກ​ໄຟ​ແດງ​ທາດຫຼວງ ຫາສາມ​ແຍກ​ໂພນ​ປາ​ເປົ້າ ມີ​ຄວາມຍາວ 3.200 ແມັດ ກວ້າງ 14,5 ແມັດ, ໄລຍະ​ທີ II ແຕ່​ສາມ​ແຍກໄຟ​ແດງ​ໂພນ​ປາ​ເປົ້າ ຫາບ້ານໜອງ​ໄຮ (ຮ້ານ​ອາຫານ​ມຸກ​ມິວ) ມີ​ຄວາມ​ຍາວ 2.900 ແມັດ ກວ້າງ 14,5 ແມັດ, ເສັ້ນທາງ​ແຕ່ສາມ​ແຍກ​ຖະໜົນ 23 ສິງຫາ (ຂ້າງ​ກະຊວງ​ການ​ຕ່າງປະເທດ) ຜ່ານ​ໄຟ​ແດງ​ນາ​ໄຊ ຜ່ານ​ສາມແຍກ​ກົງ​ສູນ​ໄທ ຫາສາມ​ແຍກໄຟ​ແດງ​ໂພນ​ສີ​ນວນ ມີ​ຄວາມຍາວ 1.620 ແມັດ ກວ້າງ 11,4 ແມັດ ແລະເສັ້ນທາງ​ແຕ່​ວົງວຽນທາດຫຼວງ ຜ່ານ​ສີ່​ແຍກ​ໄຟ​ແດງທາດຫຼວງ ຫາສົ້ນ​ຂວາ​ບຶງ​ທາດຫຼວງ ມີ​ຄວາມ​ຍາວ 1.830 ແມັດ ກວ້າງ 11,4 ແມັດ.

ໃນໂອກາດດຽວກັນນັ້ນ ທ່ານ ອຸ່ນ​ເນື້ອ ສີ​ລາ​ວົງ ຮອງຫົວໜ້າ​ພະ​ແນກ​ໂຍທາ​ທິ​ການ ແລະຂົນສົ່ງ ນວ ເວົ້າ​ວ່າ: ໂຄງການ​ປັບປຸງ​ພື້ນຖານ​ໂຄງ​ລ່າງ​ໃນ ນວ ເປັນ​ໂຄງການ​ບຸລິມະສິດໜຶ່ງ ​ທີ່​ນອນ​ຢູ່​ໃນ​ແຜນ​ຍຸດ​ທະ​ສາດການ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງ​ທີ VIII (2016-2020) ຂອງ ນວ ເປັນ​ໂຄງການທີ່​ຖືກ​ຈັດ​ຕັ້ງ​ປະຕິບັດ ເພື່ອ​ຮັບໃຊ້​ເນື່ອງ​ໃນ​ໂອກາດ​ທີ່ ​ສປປ ລາວ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 28 ແລະ 29 ແນໃສ່​ເພື່ອປັບປຸງ​ສ້ອມແປງ​ສະພາບ​ເສັ້ນທາງ​ທີ່​ເປ່​ເພ, ບູລະນະ​ຮັກສາ ສະພາບ​ເສັ້ນທາງ ທີ່​ໄດ້​ຮັບ​ການ​ກໍ່ສ້າງ​ມາ​ເປັນເວລາ​ຫຼາຍ​ປີ ໃຫ້​ສາມາດ​ຮັບ​ໃຊ້ໄດ້​ຍາວ​ນານ​ຂຶ້ນ​ກວ່າ​ເກົ່າ.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...