Homeຂ່າວຕ່າງປະເທດລັດ Queensland ສັ່ງອົບພະຍົບປະຊາຊົນອອກຈາກພື້ນທີ່ສ່ຽງ ກ່ອນພາຍຸໄຊໂຄລນເດັບບີຈະເຂົ້າຝຣັ່ງ

ລັດ Queensland ສັ່ງອົບພະຍົບປະຊາຊົນອອກຈາກພື້ນທີ່ສ່ຽງ ກ່ອນພາຍຸໄຊໂຄລນເດັບບີຈະເຂົ້າຝຣັ່ງ

Published on

ເອບີຊີນິວສ໌ ລາຍງານເມື່ອໃນວັນທີ 27 ມີນາ 2017 ນີ້ວ່າ ສຳນັກງານອຸຕຸນິຍົມວິທະຍາລັດຄວີນສແລນ (Queensland)  ທາງພາກຕາເວັນອອກສ່ຽງເໜືອຂອງອອສເຕຣເລຍ ປະກາດເຕືອນໃຫ້ປະຊາຊົນໃນພື້ນທີ່ສ່ຽງໄພ ຕິດຊາຍຝັ່ງເລັ່ງອົບພະຍົບ ໄປສູນພັກອາໄສຊົ່ວຄາວ ພາຍໃນເວລາ 10:00 ໂມງ ໃນວັນຈັນນີ້ ກ່ອນພາຍຸໄຊໂຄລນ “ເດັບບີ” ຈະເຂົ້າຝັ່ງ ເຊິ່ງໜ່ວຍກູ້ໄພໄດ້ຮັບຄຳສັ່ງກຽມຮັບມືໄພພິບັດຂັ້ນຮ້າຍແຮງ

ຈາກການພະຍາກອນ ພາຍຸຈະມີຄວາມຮຸນແຮງເປັນໄຊໂຄລນລະດັບ 4 ຈາກທັງໝົດ 5 ລະດັບ ທີ່ມີຄວາມໄວລົມສູງສຸດ 260 ກິໂລແມັດ/ຊົ່ວໂມງ ຈະພັດຖະຫຼົ່ມສູ່ເມືອງທາວສະວິລ ໃນຊ່ວງເວລາ 02:00 ໂມງຂອງວັນທີ 27 ມີນາ ພາຍຸຢູ່ຫ່າງຈາກເມືອງທາວສະວິລ 405 ກິໂລແມັດແລ້ວ

ທາງດ້ານເຈົ້າໜ້າທີ່ຢ້ານວ່າ ພາຍຸເດັບບີ ອາດເປັນໄຊໂຄລນ ທີ່ມີຄວາມຮຸນແຮງທີ່ສຸດໃນຮອບ 6 ປີ ນັບຕັ້ງແຕ່ໄຊໂຄລນຍາຊີ ເມື່ອປີ 2011 ເຊິ່ງໄດ້ສ້າງຄວາມເສຍຫາຍຫຼາຍກວ່າ 800 ລ້ານດອນລາສະຫະລັດ

ທາງການທ້ອງຖິ່ນລັດຄວີນສະແລນບອກວ່າ ອິດທິພົນຂອງພາຍຸຈະເຮັດໃຫ້ເກີດຝົນຕົກແຮງ, ລົມພັດແຮງ ແລະສ່ຽງນໍ້າຖ້ວມກະທັນຫັນ ຈຶ່ງສັ່ງພັກໂຮງຮຽນຫຼາຍກວ່າ 25 ໂຮງຮຽນໃນໄລຍະຊົ່ວຄາວໃນຊ່ວງ 1-2 ວັນ ທີ່ພາຍຸມີຄວາມຮຸນແຮງສູງສຸດ, ພ້ອມສັ່ງໃຫ້ເຈົ້າໜ້າທີ່ໜ່ວຍສຸກເສີນ ​1.000 ຄົນ, ຕຳຫຼວດ 100 ຄົນ ລວມເຖິງເຈົ້າໜ້າທີ່ດັບເພີງ ແລະທີມຕອບສະໜອງໄພພິບັດອີກ 71 ຄົນ ເພື່ອຊ່ວຍເຫຼືອຜູ້ປະສົບໄພໃຫ້ທົ່ວເຖິງ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...