spot_img
Homeຂ່າວພາຍ​ໃນກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ໄດ້ສຳເລັດລົງຢ່າງຈົບງາມ

ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ໄດ້ສຳເລັດລົງຢ່າງຈົບງາມ

Published on

ໃນ​ວັນ​ທີ 24 ມີນາ 2017 ຜ່ານມາ ທີ່​ສຳນັກງານ​ສູນ​ກາງ​ພັກ ກອງ​ປະຊຸມ​ຄົບ​ຄະນະ​ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງທີ 4 ສະ​ໄໝ​ທີ X ​ໄດ້ສຳ​ເລັດ​ຢ່າງ​ຈົບງາມ ພາຍຫລັງ​ທີ່​ໄດ້​ດຳ​ເນີນ​ກອງ​ປະຊຸມ​ມາ​ ເປັນ​ເວລາ 5 ວັນ ​ໂດຍ​ການ​ເປັນ​ປະ​ທານ​ຂອງ​ ສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ. ກອງ​ປະຊຸມໄດ້​ຄົ້ນ​ຄວ້າ ​ປຶກສາ​ຫາ​ຫລື ​ແລະໃຫ້​ທິດ​ຊີ້​ນຳ ກ່ຽວ​ກັນ​ການ​ຕີ​ລາຄາ​ການ​ຜັນ​ຂະຫຍາຍ ​ແລະຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ສູນ​ກາງ​ຄົບ​ຄະນະ ຄັ້ງທີ 3 ສະ​ໄໝ​ທີ X ​ແລະ ການ​ປະຕິບັດ​ວຽກ​ງານ​ຈຸດ​ສຸມ ​ຂອງ​ລັດຖະບານ ​ໃນ​ໄລຍະ 6 ​ເດືອນ​ຜ່ານ​ມາ, ພ້ອມ​ທັງ​ຄົ້ນ​ຄ້ວາ​ເອກະ​ພາບ ວາງທິດ​ທາງ​ວຽກ​ງານ​ໃນ​ຕໍ່ໜ້າ, ຮັບຮອງ​ບາງ​ບັນ​ຫາ​ທີ່​ສຳຄັນຕ່າງໆ

ໃນກອງປະຊຸມ ສະຫາຍ ບຸນ​ຍັງ​ ວໍລະ​ຈິດ ​ໄດ້​ເນັ້ນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ ພາຍ​ໃຕ້​ແນວທາງ​ປ່ຽນ​ແປງ​ໃໝ່​ຮອບດ້ານ ​ແລະມີ​ຫລາຍ​ຫລັກການ​ຂອງ​ພັກ ວຽກ​ງາ​ນທີ່​ດິນ ​ແລະວຽກ​ງານ​ສົ່ງ​ເສີມ​ທຸລະ​ກິດ​ຂອງ​ພາກສ່ວນ​ເສດຖະກິດ​ຕ່າງໆ ກໍ​ໄດ້​ມີ​ນະ​ໂຍບາຍ ​ແລະ​ໄດ້ຫັນ​ເປັນ​ນິຕິ​ກຳ​ ເປັນ​ລະບຽບ ພ້ອມ​ທັງ​ນຳພາ​ຜັນ​ຂະຫຍາຍ​ຈັດ​ຕັ້ງ ປະຕິບັດ​ຕໍ່​ເນື່ອງ​ສົມຄວນ ​ເຮັດ​ໃຫ້​ວຽກ​ງານ​ທີ່​ດິນກໍ​ຄື​ວຽກ​ງານ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ, ຂະໜາດ​ກາງ ມີ​ບົດບາດ ​ແລະ ປະກອບສ່ວນ​ເຂົ້າ ​ໃນ​ກາ​ນຊຸກຍູ້ ການ​ພັດທະນາ​ເສດຖະກິດ​-ສັງຄົມ​ແຫ່ງ​ຊາດ ສາມາດ​ປົວ​ແປງ​ຊີວິດ​ການ​ເປັນ​ຢູ່, ຍົກ​ລະດັບ​ລາຍ​ໄດ້​ ​ແລ​ະ ​ແກ້​ໄຂ​ຄວາມ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ. ​ແຕ່​ພ້ອມ​ກັນ​ນັ້ນ​ການ​ຄຸ້ມ​ຄອງ, ພັດທະ​ນາ​ທີ່​ດິນ ກໍ​ຄື​ການ​ສົ່ງ​​ເສີມ, ຄຸ້ມ​ຄອງ ​ແລະ ພັດທະ​ນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ຢູ່​ປະ​ເທດ​ເຮົາ​ຜ່ານ​ມາ ຍັງ​ພົບ​ກັບ​ຄວາມ​ຫຍຸ້ງຍາກ​ອ່ອນ​ແອ ​ແລະບໍ່​ທັນ​ເປັນ​ລະບົບ​ເທົ່າ​ທີ່​ຄວນ ​ເຊິ່ງກອງ​ປະຊຸມ​ຄັ້ງນີ້​ ກໍ​ໄດ້​ມີ​ຄວາມ​ເປັນ​ເອກະ​ພາບ​ສູງ ​ຕັດ​ສິນ​ໃຈ​ສືບ​ຕໍ່​ນຳພາ​ແກ້​ໄຂ​ບັນຫາ​ຕ່າງໆ ​ໃຫ້​ດີ​ຂຶ້ນ​ເປັນ​ຮູບ​ປະ​ທຳ ​ແລະ ໄດ້ມອບ​ໃຫ້​ລັດ​ຖະບານ ຮີບ​ຮ້ອນ​ຈັດ​ຕັ້ງຜັນ​ຂະຫຍາຍ​ທິດ​ຊີ້​ນຳ ກ່ຽວ​ກັບ​ບັນ​ຫາ​ດັ່ງກ່າວ ​​ໃຫ້​ເປັນ​ນິຕິ​ກຳ​ລະອຽດ ​ເຂົ້າ​ສູ່​ການຈັດ​ຕັ້ງ​ປະຕິບັດ ​ແລະມີ​ປະສິດ​ທິ​ຜົນ​ຕົວ​ຈິງ. ພ້ອມ​ດຽວ​ກັນ​ນີ້, ກອງ​ປະຊຸມ​ຍັງ​ໄດ້​ເຫັນ​ດີ ​ເປັນ​ເອກະ​ພາບ​ຮັບຮອງ​ເອົາ​ທິດ​ທາງ, ວຽກ​ງານ​ຈຸດ​ສຸມ ​ໃນ​ແຕ່ລະ​ຂົງ​ເຂດ​ວຽກ​ງານ ກໍ​ຄື​ການ​ພັດທະນາ​ເສດຖະກິດ-ສັງຄົມ, ສ້າງ​ບາດ​ລ້ຽວ​ໃໝ່​ໃນ​ການ​ນຳພາ​ ປະ​ເທດ​ຊາດ ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ, ປັບປຸງ​ຍົກ​ສູງ​ຄວາມ​ສາມາດ​ ໃນ​ການ​ຊີ້​ນຳ-ນຳພາ​ຂອງ​ຄະນະ​ພັກ ກໍ​ຄື​ປະສິດທິ​ພາບ ​ໃນ​ການ​ບໍລິຫານ​ລັດ, ຄຸ້ມ​ຄອງ​ເສດຖະກິດ​-ສັງຄົມ ຂອງ​ລັດຖະບານ ​ແລະອົງການ​ປົກຄອງ​ແຕ່ລະ​ຂັ້ນ, ສຸມ​ໃສ່​ແກ້​ໄຂ​ບັນຫາ​ເສດຖະກິດ​ ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ, ​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ​ ໃນ​ສັງຄົມ ​ແລະປັບປຸງ​ປົວ​ແປງ​ພາຍ​ໃນ​ພັກ​ ໃຫ້​ມີ​ຄວາມ​ປອດ​ໃສ, ​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ.

ພ້ອມ​ດຽວ​ກັນ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຍັງ​ຮຽກຮ້ອງ ​ໃຫ້​ທົ່ວ​ພັກ, ທົ່ວ​ລັດ, ທົ່ວ​ກຳລັງ​ປະກອບ​ອາວຸດ ​ແລະ ທົ່ວ​ປວງ​ຊົນ​ລາວ​ບັນດາ​ເຜົ່າ ຈົ່ງ​ເຊີດ​ຊູ​ຈິດ​ໃຈ​ຮັກ​ຊາດ, ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ ໃນ​ຂະ​ບວນການ​ຮັກ​ຊາດ ​ແລະ ພັດທະນາ ຕິດ​ພັນ​ກັບ​ການ​ເຊື່ອມ​ຊຶມ ​ແລະ ຜັນ​ຂະຫຍາຍ​ຈັດ​ຕັ້ງ​ປະຕິບັດ​ຜົນສຳ​ເລັດ​ ຂອງ​ກອງ​ປະຊຸມ ​ໃນ​ຄັ້ງ​ນີ້ ​ເຂົ້າ​ສູ່​ການ​ກະທຳ​ຕົວ​ຈິງ, ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ ມາ​ໃຫ້​ປະຊາຊົນ ​ແລະ ປະ​ເທດ​ຊາດ, ສ້າງ​ການ​ຫັນປ່ຽນ ທີ່​ເປັນ​ບາດ​ລ້ຽວສຳຄັນ ​ໃນ​ການ​ປະຕິບັດ​ ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ​ໃຫ້​ມີ​ຜົນສຳ​​ເລັດ ​ແນ່​ໃສ່​ນຳພາ​ປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ດ້ອຍ​ພັດທະນາ.

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...