spot_img
Homeຂ່າວເຫດການທ່ານ ທອງລຸນ ສີສຸລິດ ຕ້ອນຮັບນັກສຶກສາອາສາສະໝັກ ສິງກະໂປ

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບນັກສຶກສາອາສາສະໝັກ ສິງກະໂປ

Published on

ແຫຼ່ງຂ່າວສຳນັກຂ່າວສານປະເທດລາວລາຍງານ ​ໃນ​ວັນ​ທີ 23 ມີນາ 2017ຜ່ານມາວ່າ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ໃຫ້ກຽດຕ້ອນ​ຮັບ ຄະນະ​ນັກ​ສຶກສາ​ອາສາ​ສະໝັກ​ ​ແລະ ຄູ​ອາຈານຈາກ​ມະຫາວິທະຍາ​ໄລ​​ເຕັກນິກງີອານ ສ ສິງກະ​ໂປ ຈໍານວນ 58 ຄົນ ​ເຊິ່ງນໍາໂດຍ​ທ່ານ ​ໂດ​ມີ​ນິກໂກ ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສາທາລະນະ​ລັດ ສິງກະ​ໂປ ປະ​ຈໍາ​ລາວ ໃນ​​ໂອກາດ​​ທີ່​​ເດີນທາງ​ມາ​ຊ່ວຍ​ເຫລື​ອບັນດາ​ໂຮງຮຽນ​ຕ່າງໆຢູ່​ເມືອງ ​ຫີນ​ເຫີບ ​ແຂວງ​ວຽງ​ຈັນ ​ແລະ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ.

​ໂອກາດ​ດຽວກັນນັ້ນ, ນາຍົກ ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ ຍິນ​ດີ​ຕ້ອນ​ຮັບ​ ຕໍ່​ຄະນະ​ນັກ​ສຶກສາອາສາ​ສະໝັກ​ ທີ່​ໄດ້​​ປະກອບສ່ວນ ​ອັນ​​ເປັນ​ປະ​ໂຫຍ​ດສໍາຄັນຫລາຍ ​ເຂົ້າ​ໃນ​ວຽກ​ງານ​ການ​ສຶກສາ​ຂອງ​ລາວ ທັງ​ເປັນ​ການ​ຮັດ​ແໜ້ນ​ ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ທີ່​ດີງາມ ລະຫວ່າງ​ສອງ​ປະ​ເທດ ລາວ-ສິງກະ​ໂປ ​​ໃຫ້​ນັບມື້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ. ເຊິ່ງນັບ​ຕັ້ງແຕ່​ປີ 2008 ຮອດ​ປັດຈຸບັນ ​ໄດ້​ມີ​ອາສາ​ໝັກ​ຊາວ​ໜຸ່ມ​ ຈາກສິງກະ​ໂປ​ ຫລາຍ​ກວ່າ 1500 ຄົນ ​ເຂົ້າ​ມາ​ຊ່ວຍ​ເຫລືອ​ ບັນດາ​ໂຮງ​ໂຮຽນ ​ແລະ ຊຸມ​ຊົນ​ຕ່າງໆ ​ເປັນ​ຕົ້ນ ແມ່ນ​ຢູ່​ເມືອງ ຫີນ​ເຫີບ ​ແຂວງ​ວຽງ​ຈັນ ​ໂດຍ​ການ​ສອນ​ພາສາ​ອັງກິດ, ຄອມ​ພິວ​ເຕີ, ການ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ການ​ປະກອບ​ສ່ວນ​ທຶນຮອນ ​ແລະ ​ເຫື່ອ​ແຮງ ​ເພື່ອ​ຊ່ວຍ​ເຫລືອ​ກໍ່​ສ້າງ​ໂຮງຮຽນ ຢູ່ ສ​ປປ ລາວ. ນອກ​ນີ້​ ຍັງ​ມີ​ຄະ​ນະ​ອາສາ​ສະໝັກ​ແພດ ທີ່​ເປັນ​ຊ່ຽວຊານ​ດ້ານ​ການ​ປິ່ນປົວ​ຕາ​, ແຂ້ວ, ຢາ​ພື້ນ​ເມືອງ ​ແລະ ອື່ນໆ.

ຈາກ​ນັ້ນ, ຕາງໜ້າ​ໃຫ້​ຄະ​ນະນັກ​ສຶກສາ​ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ ທ່ານ ນາຍົກ ທີ່​ໄດ້​ສະຫລະ​ເວລາ​ອັນ​ມີ​ຄ່າ ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້ ​ແລະ ໄດ້​ມີ​ໂອກາດ​​​ຮຽນ​ຮູ້​ກ່ຽວ​ກັບ​ວັດທະນະ​ທໍາ ​ແລະ ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ ສປປ ລາວ​ນຳອີກ ແລະຍັງຈະເອົາບົດຮຽນຄັ້ງນີ້ ໄປເຜີຍແຜ່ໃຫ້ຜູ້ທີ່ບໍ່ຮູ້ ໃຫ້ພາກັນສະໝັກເປັນອາສາສະໝັກມາຊ່ວຍລາວຫຼາຍຂຶ້ນກວ່າເກົ່າ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...