Homeຂ່າວການສຶກສາປະກາດສະໜອງທຶນການສຶກສາສຳລັບນັກສຶກສາ ສປປລາວ ຂອງບໍລິສັດ ດັດສະມິ້ວ ປະເທດໄທຈຳກັດສົກສຶກສາປີ 2017 ໃນສາຂາວິຊາການປຸງແຕ່ງ ນຳ້ນົມ ແລະ ເຄື່ອງດື່ມ

ປະກາດສະໜອງທຶນການສຶກສາສຳລັບນັກສຶກສາ ສປປລາວ ຂອງບໍລິສັດ ດັດສະມິ້ວ ປະເທດໄທຈຳກັດສົກສຶກສາປີ 2017 ໃນສາຂາວິຊາການປຸງແຕ່ງ ນຳ້ນົມ ແລະ ເຄື່ອງດື່ມ

Published on

ບໍ​ລິ​ສັດ ດັດ​ສະ​ມິ້ວ ປະ​ເທດ​ໄທຈຳ​ກັດ, ປະ​ກາດສະ​ໜອງ​ທຶນ ​ການສຶກ​ສາເຕັມ​ຮູບ​ແບບ ສຳ​ລັບນັກ​ສຶກ​ສາ ສ​ປ​ປ ລາວ ເພື່ອ​ສຶກ​ສາລະ​ດັບປະ​ລິນ​ຍາ​ຕ​ຣີ ໃນຫລັກ​ສູດດັ່ງລຸ່ມນີ້:

ຫລັກ​ສູດທີ່1: ຫລັກ​ສູດ​ການ​ສຶກ​ສາ 2 ປີ (ຈຳ​ນວນ 1 ທຶນ)

– ປະ​ລິນ​ຍາ​ຕ​ຣີ ສາ​ຂາເຕັກ​ໂນ​ໂລ​ຊີ: ​ເຕັກ​ໂນ​ໂລ​ຊີ ​ການປຸງ​ແຕ່ງນ້ຳ​ນົມ, ຮຽນ 2 ປີຕໍ່​ເນື່ອງ, ການ​ຮຽນ–ການ​ສອນເປັນ​ພາ​ສາ​ໄທ

 ຄຸ​ນ​​ສົມ​ບັດ ໃນ​ການ​ສະ​ໝັກທຶນ​ການ​ສຶກ​ສາ:

  1. ຈົບ​ການ​ສຶກ​ສາ​ ລະ​ດັບປະ​ກາ​ສະ​ນີ​ຍະ​ບັດ ວິ​ຊາ​ຊີບຊັ້ນ​ສູງ ໃນຂະ​ແໜງກົນ​ຈັກ, ລົດ​ຍົນ, ໄຟ​ຟ້າກຳ​ລັງ, ເອ​ເລັກ​ໂຕ​ຣ​ນິກ, ສ້ອມ​ແປງ​ເຄື່ອງຈັກ ຫລືກົນຈັກ​ໂຍ​ທາ.
  2. ເປັນ​ນັກ​ສຶກ​ສາເພດ​ຊາຍ, ອາ​ຍຸບໍ່​ເກີນ 24 ປີ.

 ສະ​ຖານ​ບັນ​ສຶກ​ສາ ແລະທີ່​ຕັ້ງ:

– ມະ​ຫາ​ວິ​ທະ​ຍາ​ໄລ ເຕັກ​ໂນ​ໂລ​ຊີຣາ​ຊະ​ມົງ​ຄົນອີ​ສານ, ແຂວງນະ​ຄອນຣາດ​ຊະ​ສີ​ມາ ປະ​ເທດ​ໄທ.

(ເລີ່ມ​ເປີດ​ສົກຮຽນ: ວັນ​ທີ່ 26 ມິ​ຖຸ​ນາ 2017).

ເງື່ອນ​ໄຂ​ສຳ​ລັບ​ຜູ້​ທີ່​ໄດ້​ຮັບ​ທຶນ​ ການ​ສຶກ​ສາພາຍ​ຫລັງຮຽນ​ຈົບ:

– ຈະ​ຕ້ອງ​ເຮັດ​ວຽກ ນຳກຸ່ມບໍ​ລະ​ສັດ ດັດ​ສະ​ມິ້ວ ປະ​ເທດ​ໄທ ເທົ່າ​ກັບໄລ​ຍະ​ເວ​ລາ​ການ​ຮຽນ ຫລືຈະ​ຕ້ອງ​ຈ່າຍທົດ​ແທນ​ຄືນເທົ່າກັບ ​ຈຳ​ນວນເງິນ​ ທີ່​ໄດ້​ຈ່າຍໃຫ້ສຳ​ລັບ​ທຶນ​ການ​ສຶກ​ສາ, ໃນກໍ​ລະ​ນີບໍ່​ຕ້ອງ​ການເຮັດ​ວຽກ​ ນຳ​ບໍ​ລິ​ສັດ.

 ຫລັກ​ສູດ​ທີ່2: ຫລັກ​ສູດ​ການ​ສຶກ​ສາ 4 ປີ (ຈຳ​ນວນ 1 ທຶນ)

–ປະ​ລິນ​ຍາ​ຕ​ຣີ ສາ​ຂາວິ​ສະ​ວະ​ກຳ ອຸດ​ສາ​ຫະ​ກຳ (ສາ​ຂາວິ​ສະ​ວະ​ກຳ ການປຸງ​ແຕ່ງ​ນ້ຳ​ນົມ ແລະເຄື່ອງ​ດື່ມ​) ເປັນ​ຫລັກ​ສູດນາ​ນາ​ຊາດ ແລະສອນ​ເປັນ​ພາ​ສາ​ອັງ​ກິດ.

 ຄຸນ​ສົມ​ບັດ ​ການ​ຮັບ​ສະ​ໝັກ ທຶນ​ການ​ສຶກ​ສາ

  1. ຈົບ​ການ​ສຶກ​ສາ ລະ​ດັບປະ​ກາ​ສະ​ນີ​ຍະ​ບັດ ມັດ​ທະ​ຍົມ​ສົມ​ບູນ ຫລືທຽບ​ເທົ່າ
  2. ລະ​ດັບ​ພາ​ສາ​ອັງ​ກິດ: TOEFL(PBT) ≥ 500, TOEFL(CBT) ≥ 173, TOEFL(iBT) ≥ 61, EELTS ≥5

(ຫລືຜ່ານ​ການ​ທົດ​ສອບ ຄວາມ​ສາ​ມາດ​ ດ້ານ​ພາ​ສາ​ອັງ​ກິດ​ ແບບຫລັກ​ສູດ​ເລັ່ງ​ລັດ (ການທົດ​ສອບວັດ​ລະ​ດັບ​ພາ​ສາ​ອັງ​ກິດ ໃນ​ລະ​ຫວ່າງ​ການ​ສຶກ​ສາ, ກໍ​ລະ​ນີ​ເລືອກ)

  1. ເໝາະສຳ​ລັບ​ນັກ​ສຶກ​ສາເພດ​ຊາຍ, ອາ​ຍຸບໍ່​ເກີນ 22 ປີ 

ສະ​ຖາ​ບັນ​ສຶກ​ສາ ແລະທີ່​ຕັ້ງ:

ມະ​ຫາ​ວິ​ທະ​ຍາ​ໄລ ມະ​ຫິ​ດົນສາ​ລາ​ຍາ, ແຂວງນະ​ຄອນ​ປະ​ຖົມ ປະ​ເທດ​ໄທ. (ເລີ່ມ​ເປີດ​ສົກຮຽນ: ວັນ​ທີ່ 21 ສິງ​ຫາ 2017).

ເງື່ອນ​ໄຂ ສຳ​ລັບ​ຜູ້​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ ພາຍ​ຫລັງ​ຮຽນ​ຈົບ:

– ຈະ​ຕ້ອງ​ເຮັດ​ວຽກ​ນຳ ກຸ່ມບໍ​ລະ​ສັດ ດັດ​ສະ​ມິ້ວ ປະ​ເທດ​ໄທ ເທົ່າ​ກັບ 2 ເທົ່າຂອງໄລ​ຍະ​ເວ​ລາ​ການ​ຮຽນຫລື ​ຕ້ອງ​ຈ່າຍທົດ​ແທນ​ຄືນ 2 ເທົ່າຂອງຈຳ​ນວນ​ເງິນ ​ທີ່​ໄດ້​ຈ່າຍໃຫ້​ສຳ​ລັບທຶນ​ການ​ສຶກ​ສາ, ໃນກໍ​ລະ​ນີບໍ່​ຕ້ອງ​ການເຮັດ​ວຽກ​ ນຳ​ບໍ​ລິ​ສັດ.

ສຳ​ລັບຜູ້​ສະ​ໝັກ​ທຶນ​ການ​ສຶກ​ສາໃດ​ໜຶ່ງຈະ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ, ຕ້ອງໄດ້:

  1. ດາວ​ໂຫລດ​ເອົາ​ແບບ​ຟອມ​ ສະ​ໝັກຂໍ​ທຶນ​ການ​ສຶກ​ສາ ແລະຂໍ້​ມູນ​ຂ່າວ​ສານ ໂດຍ​ຜ່ານເວັບ​ໄຊຕ໌ ຂອງ​ບໍ​ລິ​ສັດທີ່:

www.dutchmill.co.th, goto corporate CSR menu, and click DM Scholarship.

  1. ກະ​ລຸ​ນາ​ ສົ່ງ​ໃບ​ສະ​ໝັກຂໍ​ທຶນ​ການ​ສຶກ​ສາ ໂດຍ​ຜ່ານທີ່​ຢູ່ເວັບ​ໄຊຕ໌ຂອງ​ບໍ​ລິ​ສັດ, ເລີ່ມ​ແຕ່​ວັນ​ນີ້ ຈົນ​ເຖິງວັນ​ສຸກ

ວັນທີ່ 7 ເມ​ສາ 2017, ກ່ອນ​ເວ​ລາ 12:​00 ໂມງ.

  1. ຜູ້​ສະ​ໝັກທີ່​ຜ່ານ​ການ​ຄັດ​ເລືອກ​ເບື້ອງ​ຕົ້ນ, ບົນ​ພື້ນ​ຖານ​ຂໍ້​ມູນໃບ​ສະ​ໝັກ ຈະ​ຕ້ອງ​ໄດ້​ມາ​ຮ່ວມ:
  • ການ​ສອບ​ເສັງ​ດ້ວຍ​ຂຽນຮູບແບບປາ​ລະ​ໄນ, ໃນ​ວັນ​ທີ່ 10/04/2017 ເວ​ລາ 9:00–12:00ໂມງ.
  • ການ​ສຳ​ພາດໃນ​ວັນ​ທີ່ 11/04/2017 ເວ​ລາ 9:00-12:00ໂມງ.
  • ສະ​ຖານ​ທີ່ສອບ–ສຳ​ພາດ: ທີ່​ຕຶກຊັ້ນ 2 ຂອງບໍ​ລິ​ສັດ ນິວ​ຈິບ​ເຊັງ ຈຳ​ກັດ, ບ້ານ​ເກົ້າ​ຍອດ, ເມືອງ​ສີ​ສັດ​ຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ, (ຢູ່​ຕໍ່​ໜ້າວັດ​ເກົ້າ​ຍອດ)
  1. ສອບ​ຖາມ​ຂໍ້​ມູນ​ເພີ່ມ​ເຕີມ ທີ່ເບີ​ໂທ​ລະ​ສັບ: 020 5938 5999 ທ່ານສຸກ​ຂະ​ປັນ​ຍາ, ບໍ​ລິ​ສັດ ນິວ​ຈິບ​ເຊັງ ຈຳ​ກັດ​.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...