Homeຂ່າວເຫດການອົງການ UNICEF ໃຫ້ທຶນຊ່ວຍເຫຼືອວຽກງານສາທາ 58 ຕື້​ກວ່າກີບ

ອົງການ UNICEF ໃຫ້ທຶນຊ່ວຍເຫຼືອວຽກງານສາທາ 58 ຕື້​ກວ່າກີບ

Published on

ໃນວັນທີ 17 ມີນາ 2017 ຜ່ານມາ ທີ່ກະຊວງສາທາລະນະສຸກ ໄດ້ມີພິທີເຊັນສັນຍາແຜນປະຈຳປີ 2017-2018 ລະຫວ່າງກະຊວງສາທາລະນະສຸກ ແລະອົງການ UNICEF ລົງ​ນາມໂດຍ​ທ່ານ ​ດຣ. ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ກະຊວງ​ສາທາ​ລະນະ​ສຸກ ແລະ ທ່ານນາງ ຫົງ​ເວ ກາວ ຜູ້ຕາງໜ້າ​ອົງການ UNICEF ປະຈຳ ​ສປປ ລາວ ແລະ​ພະນັກງານ​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າຮ່ວມ.

ການ​ຮ່ວມ​ມືປະຈຳ​ປີ 2017-2018 ແມ່ນ​ເພື່ອ​ຮັບປະກັນ​ວ່າການ​ໃຫ້ການ​ບໍລິການ​ແບບເຊື່ອມ​ສານ​ຂອງ​ວຽກ​ງານ​ສຸ​ຂະພາບ​ແມ່ ແລະ ເດັກ, ການ​ສັກ​ຢາກັນ​ພະຍາດ ແລະ ການ​ບໍລິການດ້ານ​ໂພຊະ​ນາ​ການ ໃຫ້​ແກ່​ປະຊາ​ຊົນ​ທີ່​ມີ​ຄວາມ​ສ່ຽງ​ສູງ ແລະ ຜູ້​ທຸກ​ຍາກ​ຂາດເຂີນ​ຂອງ​ຊຸມ​ຊົນ ແລະ ສຸກສາລາ​ເປົ້າ​ໝາຍ ລະບົບ​ສາທາລະນະ​ສຸກ​ຂັ້ນ​ເມືອງ ​ໃຫ້​ມີຄວາມ​ເຂັ້ມແຂງ ຮັບປະກັນ​ໄດ້ໃນ​ການ​ຮັກສາ ແລະ ປິ່ນປົວການ​ເຈັບເປັນ​ຂອງ​ເດັກ ເຊິ່ງ​ມີ​ງົບປະມານ​ທັງ​ໝົດ​ໃນ​ປີ​ນີ້ 7.200.000 ໂດ​ລາ​ສະຫະລັດ ຫຼື ປະມານ 58 ຕື້​ກວ່າ ​ໃນສົກ​ປີ 2017-2018.

ໃນ​ໂອກາດ​ນີ້ ​ທ່ານ ​ດຣ. ບຸນ​ກອງ ສີ​ຫາ​ວົງ ໄດ້​ສະແດງຄວາມ​ຂອບໃຈ ຕໍ່​ການ​ສະໜັບສະໜູນ ແລະ ຮ່ວມ​ມື​ຂອງ​ອົງການ UNICEF ແລະ ຄູ່​ຮ່ວມ​ງານ​ອື່ນ​ທີ່​ມີ​ສ່ວນກ່ຽວຂ້ອງ​ກັບ​ແຜນການ​ດັ່ງກ່າວ ເຊິ່ງ​ເປັນ​ການ​ປະກອບສ່ວນ​ເພື່ອບັນລຸ​ເປົ້າ​ໝາຍ​ການ​ພັດທະນາແບບ​ຍືນ​ຍົງ ໂດຍ​ສະເພາະ ​ສົ່ງເສີມ​ສຸຂະພາບ​ແມ່ ແລະ ເດັກ

ທ່ານ​ນາງ ຫົງ​ເວ ກາວ ກໍໄດ້ສະແດງ​ຄວາມ​ຊົມເຊີຍ​ຕໍ່​ການຈັດຕັ້ງ​ປະຕິບັດ​ກິດຈະກຳ​ຕ່າງໆ ກ່ຽວ​ກັບ​ວຽກ​ງານ​ສົ່ງເສີມ​ສຸ​ຂະພາບ​ແມ່ ເດັກ​ເກີດ​ໃໝ່ ແລະ ເດັກນ້ອຍ​ແບບ​ເຊື່ອມ​ສານ ເຫັນວ່າ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ແຂງແຮງ ແລະ ມີ​ໝາກຜົນ​ເປັນກ້າວໆ​ໃນ​ປີ​ທີ່​ຜ່ານ​ມາ ເພື່ອ​ເປັນການ​ປະກອບສ່ວນ​ໃນ​ການ​ບັນລຸເປົ້າ​ໝາຍ ​ການ​ພັດທະນາ​ແບບຍືນ​ຍົງ​ຂອງ​ລັດຖະບານ ໃນ​ປີ 2030.

ແຫຼ່ງຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...