Homeຂ່າວຕ່າງປະເທດໂວດາໂຟນ ຮ່ວມກັບເຄືອຂ່າຍມືຖືທ້ອງຖິ່ນອິນເດຍ ຕັ້ງບໍລິສັດເນັກເວີກໃຫຍ່ທີ່ສຸດ

ໂວດາໂຟນ ຮ່ວມກັບເຄືອຂ່າຍມືຖືທ້ອງຖິ່ນອິນເດຍ ຕັ້ງບໍລິສັດເນັກເວີກໃຫຍ່ທີ່ສຸດ

Published on

ຊີເອັນເອັນລາຍງານເມື່ອວັນທີ 21 ມີນາ 2017 ຜ່ານມາວ່າ ບໍລິສັດ ໂວດາໂຟນ ກຣຸບ ອິນເດຍ ເຊິ່ງເປັນບໍລິສັດ ໃນສາຂາເຄື່ອຂ່າຍໂທລະສັບລາຍໃຫຍ່ໃນອັງກິດ ໄດ້ຮ່ວມຕົວກັບເຄືອຂ່າຍມືຖືລາຍໃຫຍ່ສັນຊາດອິນເດຍ ເພື່ອຈັດຕັ້ງບໍລິສັດເຄືອຂ່າຍມືຖືທີ່ໃຫຍ່ທີ່ສຸດ ໃນປະເທດອິນເດຍ

ໃນວັນຈັນຜ່ານມາ ທາງບໍລິສັດ ໂວດາໂຟນ ໄດ້ເວົ້າວ່າ ບໍລິສັດໄດ້ຮ່ວມກັບ ເຄືອຂ່າຍມືຖືທ້ອງຖິ່ນທີ່ສຳຄັນຄື ໄອເດຍ ເຊລລູລາ ເຊິ່ງຜົນດັ່ງກ່າວຄາດວ່າຈະເຮັດໃຫ້ມີລູກຄ້າຫຼາຍເຖິງ 400 ລ້ານຄົນ ຈຶ່ງເປັນການແຂ່ງຂັນທີ່ສຳຄັນ ໃນປະເທດທີ່ມີປະຊາກອນເປັນອັນດັບ 2 ຂອງໂລກ

ການລົງທຶນຄັ້ງນີ້ ໂວດາໂຟນ ໄດ້ເຂົ້າຖືຮຸ້ນໃຫຍ່ 45% ຄາດວ່າຈະເຮັດໃຫ້ບໍລິສັດດັ່ງກ່າວ ມີມູນຄ່າສູງເຖິງ 2.3 ໝື່ນລ້ານໂດລາສະຫະລັດ, ເຄືອຂ່າຍມືຖືສັນຊາດອັງກິດບອກວ່າ ຈະເປັນການບໍລິຫານງານຮ່ວມກັນລະຫວ່າງ ໂວດາໂຟນ ແລະເຈົ້າຂອງໄອເດຍ ເຊລລູລາ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...