Homeສຸຂະພາບ ແລະ ສີ່ງແວດລ້ອມປະໂຫຍດຂອງການດື່ມ ນໍ້າເຕົາຫູ້ ປະສົມນໍ້າໝາກນາວ

ປະໂຫຍດຂອງການດື່ມ ນໍ້າເຕົາຫູ້ ປະສົມນໍ້າໝາກນາວ

Published on

ນໍ້າເຕົ້າຫູ້ ກັບນໍ້າໝາກນາວ ເມື່ອປະສົມເຂົ້າກັນຈະມີລັກສະນະຂຸ້ນຄືກັບໂຢເກິດ, ມີລົດຊາດແຊບ, ສົ້ມໆ, ຫວານໆ, ເຊິ່ງມີສ່ວນປະສົມຄື: ນໍ້າເຕົາຫູ້ 150-200 ຊີຊີ ປະສົມກັບນໍ້າໝາກນາວ 1 ໜ່ວຍ ທີ່ແຊ່ເຢັນແລ້ວເອົາມາບີບໃສ່ນໍ້າເຕົາຫູ້, ຄວນດື່ມທຸກວັນ ຕອນເຊົ້າກ່ອນອາຫານ ວັນລະ 1 ແກ້ວ ຈະຮູ້ສຶກໄດ້ເຖິງຄວາມປ່ຽນແປງ ໃນທາງທີ່ດີຂຶ້ນກັບຸຂະພາບ

  1. ເຮັດໃຫ້ເສັ້ນເລືອດຝອຍ ແລະເສັ້ນເລືອດທົ່ວຮ່າງກາຍບໍ່ແຕກໄດ້ງ່າຍ, ໂດຍສະເພາະປ້ອງກັນເສັ້ນເລືອດຕີບ ແລະແຕກໃນສະໝອງ ແລະຍັງຊ່ວຍໃຫ້ອາການຊໍ້າຂຽວດີໄວຂຶ້ນ, ວິຕາມິນຊີຈາກໝາກນາວ ມີປະສິດທິພາບຊ່ວຍໃຫ້ເລືອດໄຫຼວຽນສະດວກ
  2. ຊ່ວຍເພີ່ມພູມຄຸ້ມກັນຂອງຮ່າງກາຍ ປ້ອງກັນພະຍາດຕິດເຊື້ອໄວຣັສເຊັ່ນ: ເປັນຫຫວັດ, ໄອ, ເຈັບຄໍ ເຊິ່ງພະຍາດເຫຼົ່ານີ້ ເກີດຂຶ້ນກັບຄົນທີ່ມີພູມຄຸ້ມກັນຕໍ່າ
  3. ຊ່ວຍລະບົບໄຫຼວຽນເລືອດດີຂຶ້ນ, ອະໄວຍະວະຕ່າງໆເຮັດວຽກໄດ້ດີ, ສະໝອງແຈ່ມໃສ, ຮ່າງກາຍສົດຊື່ນ ແລະຊ່ວຍບຳລຸງສຸຂະພາບໃນເວລາທີ່ອົດນອນ, ຂັບລົດທາງໄກ
  4. ຊ່ວຍຊ້ອມແຊມ ແລະບຳລຸງເນື້ອເຍື່ອຕ່າງໆ ເນື່ອງຈາກວ່າມີໂປຣຕີນຈາກຖົ່ວເຫຼືອງ ແລະໝາກນາວ ເມື່ອຮວມກັນ ເຮັດໃຫ້ເກີດຄວາມສົມດູນຂອງກົດ, ຮ່າງກາຍຍ່ອຍ ແລະດູດຊຶມໄດ້ງ່າຍ, ເຮັດໃຫ້ບາດທຸກຊະນິດຫາຍດີໄວຂຶ້ນ, ຮາກຜົມແຂງແຮງ, ຫຼຸດຜົມຫຼົ່ນ
  5. ສຸຂະພາບດີຂຶ້ນ ໂດຍສະເພາະສະມັດທະພາບທາງເພດ
  6. ຊ່ວຍຕ້ານອະນຸມູນອິດສະລະ ເພາະມີວິຕາມິນຊີ ແລະສານໄອໂຊຟາເວີນອໃນນໍໍ້ານົມຖົ່ວເຫຼືອງ, ເຊິ່ງການດື່ມຕະຫຼອດຈະ ເຮັດໃຫ້ຮ່າງກາຍແຂງແຮງ, ປ້ອງກັນການເກີດພະຍາດມະເຮັງ

ການກິນອາຫານພຽງຢ່າງດຽວເທົ່ານັ້ນ ອາດບໍ່ພຽງພໍກັບຄວາມຕ້ອງການຂອງຮ່າງກາຍ ຄວນກິນອາຫານໃຫ້ຄົບ 5 ໝູ່, ອອກກຳລັງກາຍຢ່າງສະໝໍ່າສະເໝີ, ພັກຜ່ອນໃຫ້ພຽງພໍ ແລະເຮັດໃຈໃຫ້ສະຫງົບ, ບໍ່ຕຶງຄຽດ ພຽງເທົ່ານີ້ ຮ່າງກາຍກໍຈະຫ່າງໄກພະຍາດຕ່າງໆ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...