Homeນານາສາລະສູດນໍ້າຕົ້ມໃບໝາກຍົມ ຫຼຸດນໍ້າຕານ, ບຳລຸງຕັບ ແລະຫຼຸດອາການເຈັບຫົວ

ສູດນໍ້າຕົ້ມໃບໝາກຍົມ ຫຼຸດນໍ້າຕານ, ບຳລຸງຕັບ ແລະຫຼຸດອາການເຈັບຫົວ

Published on

ໃບໝາກຍົມ ມີສັບພະຄຸນຫຼາຍຢ່າງຕໍ່ສຸຂະພາບຮ່າງກາຍຂອງຄົນເຮົາ ໂດຍະເພາະເຮົາເອາມາຕົ້ມກິນ ຈະຊ່ວຍຫຼຸດນໍ້າຕານໃນເລືອດ ແລະຫຼຸດອາການເຈັບຫົວ ທີ່ເກີດຂຶ້ນກັບຕົວເຮົາໄດ້ອີກດ້ວຍ

  • ຫຼຸດອາການເຈັບຫົວ: ເມື່ອເກີດອາການເຈັບຫົວ ໃຫ້ເດັດເອົາໃບໝາກຍົມແກ່ມາໜຶງກຳ ເອົາມາລ້າງໃຫ້ສະອາດ ແລ້ວຕົ້ມກັບນໍ້າຕານກ້ອນ, ເມື່ອຟົດແລ້ວໃຫ້ປົງອອກຈາກເຕົາ ະໃຫ້ນໍ້າອຸ່ນ ແລ້ວຕອງໃສ່ຈອກດື່ມແທນນໍ້າ ຈະເຮັດໃຫ້ອາການເຈັບຫົວຫຼຸດລົງ ແລະຫາຍດີໃນທີ່ສຸດ
  • ແກ້ເບົາຫວານ: ສຳລັບຄົນທີ່ເປັນເບົາຫວານນໍ້າຕານໃນເລືອດສູງ ດ້ວຍການເອົາໃບໝາກຍົມ ຕົ້ມກັບຮາກໃບເຕີຍຫຼຸດນໍ້າຕານໃນເລືອດ ເຊິ່ງວິທີນີ້ມີສັບພະຄຸນຕ້ານເບົາຫວານ ແລະບຳລຸງຕັບ

ວິທີເຮັດ: ເອົາໃບໝາກຍົມສົດ ແລະຮາກເຕີຍສົດ ຫຼືແຫ້ງ ມາຕົ້ມລວມກັນ ແລ້ວໃຊ້ນໍ້າຕົ້ມນັ້ນມາດື່ມກິນ, ຖ້າຫາກບໍ່ມີຮາກເຕີຍກໍໃຊ້ໃບໝາກຍົມຢ່າງດຽວ ເມື່ອກິນໃບໝາກຍົມໃນໄລຍະທຳອິດ ຈະກະຕຸ້ນຕັບໃຫ້ຜະລິດນໍ້າຕານຫຼາຍກວ່າເດີມແຕ່ຕັບບໍ່ອ່ອນເພຍ, ຕໍ່ມາເມື່ອຕັບແຂງແຮງແລ້ວ ຕັບຈະເຮັດວຽກຂອງມັນເອງໄດ້ເຕັມທີ່ ບໍ່ຕ້ອງເພິ່ງອິນຊູລິນຈາກພາຍນອກ, ແລ້ວຕັບຈະຄວບຄຸມນໍ້າຕານດ້ວຍຕົວຂອງມັນເອງ ແລະໃບໝາກຍົມ ຈະກະຕຸ້ນນໍ້າຕານໃຫ້ຂຶ້ນໄປລ້ຽງສະໝອງ, ຖ້າຕົ້ມໃບໝາກຍົມກິນ ຄວນກິນໃຫ້ໝົດພາຍໃນ 1 ວັນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...