spot_img
Homeຂ່າວທ້ອງຖິ່ນນະຄອນຫຼວງ ຈະລົງກວດກາຕາຊິງທົ່ວ 9 ໂຕເມືອງ ນັບແຕ່ຊິງຂາຍຍ່ອຍ ເຖິງຊິງໂຮງງານ!

ນະຄອນຫຼວງ ຈະລົງກວດກາຕາຊິງທົ່ວ 9 ໂຕເມືອງ ນັບແຕ່ຊິງຂາຍຍ່ອຍ ເຖິງຊິງໂຮງງານ!

Published on

 

ເປັນ​ຄັ້ງ​ປະ­ຫວັດ­ສາດ​ສຳ­ລັບນະ­ຄອນ­ຫຼວງ​ວຽງ​ຈັນ​ ທີ່​ຈະ​ລົງ​ກວດ­ກາຄວາມ​ຄືບ​ໜ້າ​ຖືກ­ຕ້ອງ​ຂອງ​ຕາ­ຊິງ​ ໃນ 9 ຕົວ​ເມືອງ

ນັບ​ແຕ່ 1Œ500 ກິ​ໂລ ເລີ່ມຈາກ​ການ​ຄ້າ​ຂາຍ­ຍ່ອຍ​ຕາມ​ທ້ອງ​ຕະ­ຫຼາດ​ຮອດ​ໂຮງ​ຈັກŒໂຮງ­ງານ​ຂະ­ໜາດ​ໃຫຍ່.

ທ່ານ ດາວ​ເພັດ ອາ​ລຸນ ຫົວ­ໜ້າ​ພະ​ແນກ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ນະ­ຄອນ­ຫຼວງ​ ໃຫ້​ສຳ­ພາດ​ຜ່ານ​ໂທລະ­ສັບ​ຕໍ່​ທີມ​

ຂ່າວ​ເສດ­ຖະ­ກິດŒສັງ­ຄົມ​ວ່າ: ເພື່ອເຮັດ​ໃຫ້​ວຽກ​ງານ​ດຳ­ເນີນ​ໄປ​ຢ່າງ​ເປັນ​ເອ­ກະ​ພາບ​ຖືກ­ຕ້ອງ ແລະ ຈະ­ແຈ້ງເປັນ​ການ​ສ້າງ​

ເງື່ອນ­ໄຂອຳ­ນວຍ​ຄວາມ​ສະ­ດວກ​ໃນ​ການ​ຜະ­ລິດການ​ ບໍ­ລິ­ການ ແລະ ການ​ແລກ­ປ່ຽນ​ຊື້Œຂາຍ​ໃຫ້​ມີ​ຄວາມ​ຍຸ­ຕິ​ທຳ ແລະ ຮັບ​

ປະກັນ​ສິດ­ຜົນ­ປະ­ໂຫຍດ​ຂອງ​ຜູ້​ຊົມ­ໃຊ້ ດັ່ງ­ນັ້ນ​ທາງ​ພະ​ແນກ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ນະ­ຄອນ­ຫຼວງ​ຈະ​ໄດ້​ສົມທົບ​

ກັບ​ກຳ­ມະ­ການ​ຄຸ້ມ​ຄອງ​ວຽກ​ງານມາດ­ຖານ ແລະ ວັດ­ແທກ​ນະ­ຄອນ­ຫຼວງລົງ​ກວດ​ສອບ​ເຄື່ອງ­ມື​ອຸ­ປະ­ກອນ​ຊິງ​ຊັ່ງນ້ຳ­ໜັກ​

ນັບ​ ແຕ່​ມື້​ແຈ້ງ​ການ (13 ສິງ­ຫາ 2014).

ການ​ລົງ​ກວດ­ກາ​ຊິງ​ຊັ່ງ​ຕາມ​ໂຮງຈັກŒໂຮງ­ງານ, ໂຮງ­ສີ​ເຂົ້າ, ບໍ­ລິ­ສັດ ແລະ ຫ້າງ​ຮ້ານ​ທີ່​ຂາຍ­ເຄື່ອງ​ທົ່ວ​ໄປ​ຕາມ​ທ້ອງຕະ­ຫຼາດ​

ມີ​ຄະ­ນະ​ກຳ­ມະ­ການ​ເມືອງ​ລົງຕິດ­ຕາມ ຖ້າ​ພົບ​ເຫັນ​ມີ​ການ​ລະ­ເມີດ​ປອມແປງ​ຕາ­ຊິງ​ກໍ​ຈະ​ກ່າວ​ເຕືອນ​ສຶກ​ສາ​ອົບຮົມ ແລະ

ເຮັດບົດ​ບັນ­ທຶກ​ທາງ​ພະ​ແນກວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ນະ­ຄອນຫຼວງ​ລົງ​ກວດ­ກາ​ຈຸດ­ປະ­ສົງ​ຢາກ​ໃຫ້​ຫົວໜ່ວຍ​ທຸ­

ລະ​ກິດ ແລະ ໂຮງ​ຈັກŒໂຮງ­ງານ ມີ​ສ່ວນ​ຮ່ວມ​ເປັນ​ເຈົ້າ​ການ​ເບິ່ງ​ຄວາມ​ຍຸຕິ​ທຳ​ຂອງ​ສັງ­ຄົມ ແລະ ບໍ່​ໃຫ້​ຜູ້​ຊົມ­ໃຊ້​ຖືກເອົາ​ລັດ​

ເອົາ​ປຽບ.

ທ່ານ​ຫົວ­ໜ້າ​ພະ​ແນກ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ນະ­ຄອນ­ຫຼວງ​ກ່າວ​ຕື່ມວ່າ: ສຳ­ລັບ​ການ​ລົງ​ກວດ­ກາ​ຕາ­ຊິງ​ຊັ່ງປະ­

ຈຳ​ປີ​ໃນ 9 ຕົວ​ເມືອງ​ທົ່ວ​ນະ­ຄອນຫຼວງ​ປະ­ເພດ​ຊິງ​ຊັ່ງ​ນ້ຳ­ໜັກ 1 ກິ​ໂລ ຫາ 500 ກິ​ໂລ ຕາມ​ໂຮງ­ສີ​ທີ່​ນຳ​ຊິງ​ຊັ່ງ​ເຂົ້າຖ້າ​ພົບ

​ເຫັນ​ຈະ​ຕິດ​ສະ​ຕິກ​ເກີ້​ກໍ​ເພື່ອ ​ເປັນການ​ສົ່ງ­ເສີມ​ຫົວ­ໜ່ວຍ​ທຸ­ລະ​ກິດ​ຂະ­ໜາດນ້ອຍ ແລະ ໃຫຍ່ ນອກ​ນັ້ນ ຍັງ​ເຮັດ​ໃຫ້ຜູ້

​ຊົມ­ໃຊ້​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍ​ຂຶ້ນ.

ແຫຼ່ງຂ່າວ: http://www.sedthakid.la/home/khao/19935.html

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...