Homeນານາສາລະໄຂຂໍ້ຂ້ອງໃຈ ນໍ້າຕານ ແລະເກືອ ອັນໃດທຳຮ້າຍຮ່າງກາຍຫຼາຍກວ່າກັນ

ໄຂຂໍ້ຂ້ອງໃຈ ນໍ້າຕານ ແລະເກືອ ອັນໃດທຳຮ້າຍຮ່າງກາຍຫຼາຍກວ່າກັນ

Published on

ທຸກວັນນີ້ ເຮົາມັກຈະໄດ້ຍິນວ່າ ຈະເຮັດຫຍັງກໍໃຫ້ຮັກສາລະດັບປານກາງ ໂດຍສະເພາະໃນເລື່ອງຂອງຮ່າງກາຍ ແລະການກິນອາຫານ, ແຕ່ເມື່ອເວົ້າເຖິງນໍ້າຕານ ແລະເກືອ ເຮົາອາດເຄີຍໄດ້ຍິນວ່າ ຖ້າກິນຫຼາຍເກີນໄປ ຈະສົ່ງຜົນເສຍຕໍ່ຮ່າງກາຍເຮົາ, ແຕ່ແນ່ນອນວ່າ ທັງນໍ້າຕານ ແລະເກືອ ມີຄວາມສຳຄັນຕໍ່ຮ່າງກາຍຂອງເຮົາ, ສະໝອງ ຕ້ອງການນໍ້າຕານ ເພື່ອເພີ່ມພະລັງງານ, ກ້າມເນື້ອຕ້ອງການ ເກືອ ເພື່ອຄວາມສົມດູນຂອງຮ່າງກາຍ

Niket Sonpal ຜູ້ຊ່ຽວຊານສາສະດາຈານຈາກ Touro College ໃນນິວຢອກ ເວົ້າວ່າ ການກິນນໍ້າຕານ ແລະເກືອ ຫຼາຍຈົນເກີນໄປ ຈະສົ່ງຜົນກະທົບຕໍ່ຮ່າງກາຍຢ່າງຫຼວງຫຼາຍ, ລອງມາເບິ່ງຜົນກະທົບຂອງຮ່າງກາຍຈາກນໍ້າຕານກ່ອນ

  1. ນໍ້າຕານ

ການທີ່ຮ່າງກາຍໄດ້ຮັບນໍ້າຕານຫຼາຍເກີນໄປ ໂດຍສະເພາະນໍ້າຕານສະກັດ ຈະເຮັດໃຫ້ລະບົບການຍ່ອຍດູດຊຶມອາຫານຂອງເຮົາປ່ຽນໄປ, ການອັກເສບເກີດຂຶ້ນໄດ້ງ່າຍ ແລະນໍາໄປສູ່ພະຍາດຮ້າຍຫຼາຍຢ່າງ, Rachel Head  ນັກວິທະຍາການສຶກສາກ່ຽວກັບພະຍາດເບົາຫວານບອກວ່າ ມີການສຶກສາພົບຄວາມກ່ຽວພັນຂອງການບໍລິໂພກນໍ້າຕານຫຼາຍເກີນໄປ ກັບການມີລະດັບໄຂມັນເລືອດຜິດປົກກະຕິ, ຄວາມດັນເລືອດສູງ, ພະຍາດກ່ຽວກັບຕັບ, ພະຍາດທາງເດີນອາຫານ ແລະພະຍາດຫົວໃຈ

  1. ເກືອຮ່າງກາຍຂອງຄົນເຮົາຕ້ອງການເກືອ ເພື່ອການເຮັດວຽກທີ່ສົມດູນຂອງເຊວໃນຮ່າງກາຍ, ແຕ່ການກິນເກືອທີ່ຫຼາຍເກີນໄປ ກໍສົ່ງຜົນເສຍຕໍ່ຮ່າງກາຍໄດ້ເຊັ່ນກັນ Kaleigh McMordie ເວົ້າວ່າ ສຳລັບຄົນທີ່ມີສຸຂະພາບດີ ການໄດ້ຮັບເກືອທີ່ປະລິມານປານກາງ ຫາຫຼາຍເກີນໄປ ຮ່າງກາຍຂອງເຮົາກໍຈັດການໄດ້ ແຕ່ຖ້າຫາກໄດ້ຮັບໃນປະລິມານທີ່ຫຼາຍເກີນໄປ ຕິດຕໍ່ກັນເປັນເວລາດົນ ຈະສົ່ງຜົນກະທົບຕໍ່ຮ່າງກາຍຢ່າງແນ່ນອນ, ມີຄຳແນະນຳວ່າ ເຮົາຄວນບໍລິໂພກເກືອ ໃຫ້ໜ້ອຍກວ່າວັນລະ 2,300 ມິນລີກຣາມ/ວັນ ຫຼືປະມານ 1 ບ່ວງຊາເທົ່ານັ້ນ, ແຕ່ຄົນສ່ວນຫຼາຍຈະກິນມື້ລະປະມານ 3,400 ມິນລີກຣາມ/ວັນ

    ດັ່ງນັ້ນ, ໄດ້ຜົນສະຫຼຸບຄື ບໍ່ວ່າຈະນໍ້າຕານ ຫຼືເກືອ ຫາກກິນໃນປະລິມານຫຼາຍເກີນໄປ ຈະອັນຕະລາຍຕໍ່ສຸຂະພາບຮ່າງກາຍໄດ້ເຊັ່ນກັນ, ຜູ້ຊ່ຽວຊານຢືນຢັນວ່າ ຫາກເຮົາກິນນໍ້າຕານ ແລະເກືອ ໃນປະລິມານປົກກະຕິ ບໍ່ຫຼາຍ ຫຼືໜ້ອຍເກີນໄປ ຈະບໍ່ເປັນອັນຕະລາຍ, ແຕ່ຖ້າຫຼາຍເກີນໄປ ເປັນເວລາດົນ ຈະສົ່ງຜົນກະທົບຕໍ່ສຸຂະພາບຢ່າງແນ່ນອນ, ດັ່ງນັ້ນ ການກິນທັງນໍ້າຕານ ແລະເກືອ ເຮົາຕ້ອງກວດເບິ່ງປະລິມານທີ່ເຮົາກິນໃນແຕ່ລະວັນ ແລະໃຫ້ຄວາມສຳຄັນກັບອາຫານທີ່ມີຄຸນຄ່າທາງສານອາຫານສູງ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...