spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ຊ່ວຍຟື້ນຟູ ພະຍາດໄວຣັດຕັບອັກເສບ

ອາຫານທີ່ຊ່ວຍຟື້ນຟູ ພະຍາດໄວຣັດຕັບອັກເສບ

Published on

ຜູ້ທີ່ເປັນພະຍາດຕັບອັກເສບ ທີ່ເກີດຈາກເຊື້ອໄວຣັດ ພື້ນຖານສຳຄັນທີ່ຈະຊ່ວຍໃຫ້ເຊວຂອງຕັບຟື້ນຕົວໄດ້ໄວຂຶ້ນ ຖ້າໃຫ້ອາຫານທີ່ພຽງພໍ ແລະເໝາະສົມດັ່ງນີ້: ການໃຫ້ພະລັງງານ ໃນໄລຍະນອນພັກຜ່ອນ ກໍຕ້ອງໃຫ້ພະລັງງານຫຼາຍພຽງພໍ ເຖິງແມ່ນລຸກຈາກຕຽງໄດ້ ແຕ່ບໍ່ໄດ້ອອກແຮງງານປົກກະຕິ ມັກຈະໃຫ້ພະລັງງານ 2,500-3,000 ກິໂລແຄລໍລີ່/ວັນ ໃຫ້ພຽງພໍກັບຄວາມຕ້ອງການພະລັງງານ ເພື່ອຊ່ອມແຊມ ເນື້ອເຍື່ອຊົດເຊີຍກັບການເຜົາຜານ ທີ່ສູງຂຶ້ນໃນໄລຍະເປັນໄຂ້ ບໍ່ສະບາຍ, ໃຫ້ຜູ້ປ່ວຍໄດ້ຟື້ນຕົວ ມີກຳລັງ ແລະສຸຂະພາບດີ

  • ໂປຣຕີນ: ຕ້ອງໄດ້ຮັບພຽງພໍ ເພື່ອໃຫ້ຕັບໄດ້ມີໂອກາດຊ່ອມແຊມ ຟື້ນຟູເຊວທີ່ອັກເສບ, ຮ່າງກາຍຂອງຄົນເຈັບຈະມີການສະຫຼາຍຕົວຂອງໂປຣຕີນຫຼາຍ ຄວນໃຫ້ໂປຣຕີນຄຸນນະພາບດີເຊັ່ນ: ນົມ, ໄຂ່, ຄວນໄດ້ຮັບມື້ລະ 1.5-2 ກຣາມ/ນໍ້າໜັກຕົວຈິງ 1 ກິໂລກຣາມ/ວັນ ໃນໂປຣຕີນ ມີສານຈຳເປັນທີ່ປ່ຽນໄຂມັນໃຫ້ເປັນ ໄລໂປໂປຣຕີນ ແລະຖືກພາອອກຈາກຕັບ
  • ຄາໂບໄຮເດດ: ຕ້ອງໄດ້ຮັບພຽງພໍ ເພື່ອໃຫ້ຮ່າງກາຍສ້າງ ແລະສະສົມ ໄກຣໂຄເຈນໃນຕັບ ແລະເພື່ອໃຫ້ໄດ້ພະລັງງານທີ່ພຽງພໍ ຈະຊ່ວຍປ້ອງກັນບໍ່ໃຫ້ຖືກເອົາມາສະຫຼາຍຕົວ ເພື່ອເຜົາຜານເປັນພະລັງງານແທນ ຈຶ່່ງຄວນມີຄາໂບໄຮເດດ 50-55% ຂອງພະລັງງານທີ່ໄດ້ຮັບ
  • ໄຂມັນ: ໃຫ້ໄດ້ຮັບປານກາງ (ບໍ່ຫຼາຍເກີນໄປ) ຈະຊ່ວຍໃຫ້ອາຫານມີລັກສະນະ ລົດຊາດດີ, ຄວນໃຫ້ໄຂມັນ 25-40% ຂອງພະລັງງານທີ່ໄດ້ຮັບຈາກອາຫານ ຫຼືວັນລະປະມານ 80-100 ກຣາມ
  • ວິຕາມິນ: ເສີມທັງວິຕາມິນທີ່ລະລາຍໃນໄຂມັນ ແລະລະລາຍໃນນໍ້າ ຫຼືປະລິມານນໍ້າ ຄວນໃຫ້ວັນລະ 3,000 ຊີຊີ ຈະເຮັດໃຫ້ຜູ້ປ່ວຍຮູ້ສຶກສົດຊື່ນ ບໍ່ຫິວນໍ້າ ແລະອາດມີຄວາມຢາກອາຫານຫຼາຍຂຶ້ນ

ສຳລັບຂໍ້ຄວນລະວັງ: ພະຍາດນີ້ ເປັນພະຍາດຕິດຕໍ່ ພາຊະນະ ແລະອຸປະກອນ ໃນການກິນຂອງຄົນປ່ວຍ ຕ້ອງແຍກຕ່າງຫາກ ເມື່ອປິ່ນປົວດີແລ້ວ ຕ້ອງຂ້າເຊື້ອ ເຄື່ອງໃຊ້ໃນການກິນທັງໝົດ ດ້ວຍການຕົ້ມໃນນໍ້າທີ່ຟົດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...