Homeຂ່າວຕ່າງປະເທດນອກແວ ກຽມສ້າງອຸໂມງ ສຳລັບເຮືອແລ່ນຜ່ານແຫ່ງທຳອິດຂອງໂລກ

ນອກແວ ກຽມສ້າງອຸໂມງ ສຳລັບເຮືອແລ່ນຜ່ານແຫ່ງທຳອິດຂອງໂລກ

Published on

ບີບີຊີລາຍງານເມື່ອວັນທີ 15 ມີນາ 2017 ຜ່ານມາວ່າ  ປະຈຸບັນ ປະເທດນອກແວ ກຳລັງພະຍາຍາມທີ່ຈະສ້າງອຸໂມງສຳລັບເຮືອແລ່ນຜ່ານ ບ່ອນທຳອິດຂອງໂລກ ເຊິ່ງຄາດວ່າຈະມີເຮືອໃຊ້ອຸໂມງນີ້ເຖິງ 70-120 ລໍາຕໍ່ວັນ, ເຊິ່ງປະຊາຊົນເລີ່ມສະໜັບສະໜູນ ໃຫ້ມີການສ້າງອຸໂມງດັ່ງກ່າວຕັ້ງແຕ່ປີ 1980 ເຊິ່ງໜ່ວຍງານບໍລິຫານຊາຍຝັ່ງນອກແວ ກໍໄດ້ສຶກສາຄວາມເປັນໄປໄດ້ຂອງການສ້າງອຸໂມງດັ່ງກ່າວ

ສຳລັບອຸໂມງດັ່ງກ່າວ ຈະຕັ້ງຢູ່ທະເລ Stadhavet ເຊິ່ງເປັນບໍລິເວນທີ່ມີລົມພັດແຮງ ແລະເກີດພາຍຸເຮີລິເຄນຂຶ້ນຕະຫຼອດ ເຮັດໃຫ້ເປັນໄປບໍ່ໄດ້ເລີຍວ່າ ຈະມີເຮືອມາທ່ອງທ່ຽວໃນນ່ານນໍ້າບໍລິເວນນີ້ ເຊິ່ງເຮືອຫຼາຍລຳຕ້ອງຈອດຢູ່ນອກນ່ານນໍ້າຫຼາຍຊົ່ວໂມງ ຫຼືຫຼາຍວັນ ເພື່ອລໍຖ້າພາຍຸສະຫງົບ ເຊິ່ງການສ້າງອຸໂມງ ຈະຊ່ວຍໃຫ້ຜູ້ໂດຍສານເຮືອ ສາມາດເດີນທາງເຂົ້າມາໃນທະເລນີ້ໄດ້ຢ່າງປອດໄພ

ໜ່ວຍງານບໍລິຫານຊາຍຝັ່ງນອກແວ ຄາດວ່າອຸໂມງດັ່ງກ່າວ ຈະມີຄວາມຍາວປະມານ 1 ກິໂລແມັດ ສູງປະມານ 45 ແມັດ ຫຼື 148 ຟຸດ  ແລະກວ້າງປະມານ 35 ແມັດ ຫຼື 118 ຟຸດ ຮັບຮອງເຮືອໄດ້ປະມານ 70-120 ລໍາ/ວັນ

ທ່ານ ເທີເຈ ແອນເດຣີເຊນ ຜູ້ຈັດການໂຄງການສ້າງອຸໂມງດັ່ງກ່າວເວົ້າວ່າ ຄາດວ່າຫາກສາມາດສ້າງໄດ້ແທ້ ຈະໃຊ້ງົບປະມານທັງໝົດ 117 ລ້ານດອນລາສະຫະລັດ ແລະຖ້າກະຊວງຫາກຕົກລົງໃຫ້ສ້າງ ຈະເລີ່ມລົງມືກໍ່ສ້າງໃນຕົ້ນປີ 2017

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...