Homeຂ່າວພາຍ​ໃນນາຍົກ ໂອ້ລົມ ຄະນະນຳ ແລະພະນັກງານຫຼັກແຫຼ່ງຂອງນະຄອນຫຼວງວຽງຈັນ

ນາຍົກ ໂອ້ລົມ ຄະນະນຳ ແລະພະນັກງານຫຼັກແຫຼ່ງຂອງນະຄອນຫຼວງວຽງຈັນ

Published on

ໃນຕອນບ່າຍຂອງວັນທີ 17 ມີນາ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມກອງປະຊຸມຄົບຄະນະບໍລິຫານງານພັກ ຮ່ວມກັບອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 8 ສະໄໝທີ VI ຂຶ້ນເຊິ່ງເປັນປະທານໂດຍ ທ່ານ ປອ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີບັນດາຄະນະປະຈໍາພັກ-ຄະນະພັກ, ຄະນະປົກຄອງນະຄອນຫຼວງວຽງຈັນ, ພະແນກການ ແລະພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ ຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ປອ. ສິນລະວົງ ຄຸດໄພທູນ ກໍ່ໄດ້ລາຍງານສະພາບລວມ ຂອງນະຄອນຫຼວງວຽງຈັນ ໃນປີ 2016 ທີ່ພົ້ນເດັ່ນ ແມ່ນການລົງທຶນ ທີ່ມີມູນຄ່າສູງເຖິງ 36,9 ພັນຕື້ກີບ, ຈັງຫວະການເຕີບໂຕທາງດ້ານເສດຖະກິດ (GDP) ຢູ່ໃນລະດັບ 10,9. ໃນນັ້ນ, ຫຼາຍກວ່າໝູ່ ແມ່ນດ້ານອຸດສາຫະກຳ 47 ຂອງ GDP, ການບໍລິການ 36% ແລະກະສິກຳ 17, ສະເລ່ຍລາຍຮັບ 4.700 ໂດລາສະຫະລັດຕໍ່ຄົນຕໍ່ປີ, ສາມາດເກັບລາຍຮັບໄດ້ກວ່າ 11 ພັນຕື້ກີບ; ນອກຈາກນັ້ນ, ຍັງໄດ້ເອົາໃຈໃສ່ເຂົ້າໃນການພັດທະນາ ດ້ານວັດທະນະທຳ-ສັງຄົມ, ການບໍລິຫານລັດ, ການພັດທະນາຕົວເມືອງ ແລະ ເຂດຊານເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປັບປຸງລະບົບການເມືອງ ແລະ ກໍ່ສ້າງພັກ-ພະນັກງານ ຢ່າງມີຈຸດສຸມ.

ພ້ອມດຽວກັນນີ້, ນາຍົກ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຄວາມບຸກໜ້າບືນຕົວ, ຄວາມ ພະຍາຍາມ ຂອງບັນດາການນຳ ແລະປະຊາຊົນຊາວນະຄອນຫຼວງວຽງຈັນ ທີ່ໄດ້ເປັນເຈົ້າການ, ມີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນ ພ້ອມພາກັນພັດທະນານະຄອນຫຼວງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ກໍ່ຄືຜົນສຳເລັດໃນການພັດທະນານະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ, ດ້ານດີ-ດ້ານອ່ອນ ແລະ ທິດທາງໜ້າທີ່ລວມຂອງນະຄອນຫຼວງວຽງຈັນ ໂດຍສະເພາະ ໄດ້ຕັ້ງໜ້າປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ກໍ່ຄືຂອງນະຄອນຫຼວງ, ການກຳນົດວິໄສທັດ ຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ເຮັດໃຫ້ ເສດຖະກິດຂອງນະຄອນຫຼວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ; ການຈັດຕັ້ງ ແລະ ປະຊາຊົນຊາວນະຄອນຫຼວງ ມີຄວາມຫ້າວຫັນ, ມີຄວາມກະຕືລືລົ້ນ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮັບໃຊ້ກອງ ປະຊຸມລະດັບສາກົນຕ່າງໆ ທີ່ ສປປ ລາວ ເປັນເຈົ້າພາບ ຈົນປະສົບຜົນສຳເລັດເປັນຢ່າງດີ. ນອກນັ້ນ ທ່ານນາຍົກຍັງເນັ້ນໃຫ້ນະຄອນຫຼວງວຽງຈັນເອົາໃຈໃສ່ການປັບປຸງກົນໄກ, ປັບປຸງຄົນ ແລະປັບປຸງເຕັກໂນໂລຊີອັນໃໝ່ ເຂົ້າໃນການເກັບລາຍຮັບ, ບຸກບືນສຸມໃສ່ ແກ້ໄຂໜີ້ສິນສາທາລະນະ ໄປຕາມທິດທາງນະໂຍບາຍ ທີ່ໄດ້ວາງໄວ້, ການແກ້ໄຂບັນຫາທີ່ດິນ ແລະ ອື່ນໆ ເພື່ອເຮັດໃຫ້ການເກັບລາຍຮັບ ມີຄວາມໂປ່ງໃສ ແລະ ເຂົ້າເຖິງຖານລາຍຮັບຕົວຈິງ

ແຫຼ່ງຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...