Homeຂ່າວຕ່າງປະເທດນັກວິທະຍາສາດຄົ້ນພົບ ກົບເຮືອງແສງໄດ້ເອງຕາມທຳມະຊາດຄັ້ງທຳອິດ

ນັກວິທະຍາສາດຄົ້ນພົບ ກົບເຮືອງແສງໄດ້ເອງຕາມທຳມະຊາດຄັ້ງທຳອິດ

Published on

ສຳນັກຂ່າວເອເອຟພີລາຍງານເມື່ອວັນທີ 17 ມີນາ 2017 ຜ່ານມາວ່າ ທີມນັກວິທະຍາສາດອາເຈນຕິນາ ແລະບຣາຊິລ ປະຈຳພິພິທະພັນທຳມະຊາດ ວິທະຍາເບີນາດິໄນຣິວາເດວາ ໃນນະຄອນບົວໂນສໄອເຣສ ປະເທດອາເຈນຕິນາ ໄດ້ເປີດເຜີຍ ການຄົ້ນພົບ ກົບເຮືອງແສງເອງຕາມທຳມະຊາດຄັ້ງທຳອິດ ເຊິ່ງພວກເຂົາພົບໂດຍບັງເອີນໃນປະເທດອາເຈນຕິນາເມື່ອໃກ້ໆນີ້, ລະຫວ່າງກຳລັງສຶກສາສານກຳເນີດສີ ທີ່ມາຈາກຂະບວນການເຜົາຜານອາຫານ ໃນກົບ 3 ສາຍພັນທີ່ພົບໂດຍທົ່ວໄປໃນອາເມລິກາໃຕ້, ພາຍໃຕ້ແສງປົກກະຕິ ຜິວໜັງໃສໆ ຂອງກົບເຮືອງແສງ ທີ່ພົບຈະເປັນສີນໍ້າຕານເຫຼືອງ ແລະລາຍຈຸດສີແດງ, ແຕ່ເມື່ອນັກວິທາະຍສາດສາຍແສງອັລຕຣາໄວໄອເລັດເຂົ້າໄປ ສີຜິວຂອງກົບດັ່ງກ່າວກັບເຮືອງແສງເປັນສີຂຽວສົດໃສຂຶ້ນມາໃນທັນທີ

ທ່ານ ຄາລອສ ທາບົວດາ ໜຶ່ງໃນທີມງານວິທະຍາສາດເວົ້າວ່າ ກໍລະນີທີ່ພົບນີ້ ຖືເປັນຄັ້ງທຳອິດໃນວົງການວິທະຍາສາດ ທີ່ພົບກົບເຮືອງແສງຕາມທຳມະຊາດ, ສ່ວນ ທ່ານ ຈູລຽນ ເຟໂວວິຊ ນັກວິທະຍາສາດອີກຄົນເວົ້າວ່າ ຮູ້ສຶກຕື່ນເຕັ້ນຫຼາຍ ກັບການຄົ້ນພົບຄັ້ງນີ້ ເຮັດໃຫ້ຄວາມຮັບຮູ້ເຂົ້າໃຈກ່ຽວກັບການເຮືອງແສງໃນສະພາບແວດລ້ອມຂອງໂລກ ທີ່ເຮົາມີຢູ່ປ່ຽນໄປຫຼາຍ ເຮັດໃຫ້ເກີດການຍອມຮັບວ່າ ສານປະກອບໃໝ່ຂອງການເຮືອງແສງ ທີ່ພົບອາດມີຄວາມສຳພັນທາງຫຼັກວິທະຍາສາດ ຫຼືເຕັກໂນໂລຊີ ແລະຍັງເຮັດໃຫ້ເກີດຄຳຖາມໃໝ່ ກ່ຽວກັບການສື່ສານໃນການເບິ່ງເຫັນຂອງສັດເຄິ່ງບົກເຄິ່ງນໍ້າອີກດ້ວຍ

ທັງນີ້ ທີມນັກວິທະຍາສາດໄດ້ເຮັດການສຶກສາ ຈາກກຸ່ມຕົວຢ່າງຫຼາຍກວ່າ 200 ກຸ່ມ ເພື່ອຄວາມໝັ້ນໃຈວ່າປະກົດການທີ່ພົບບໍ່ໄດ້ ເປັນຜົນຈາກການຖືກຂັງຂອງກົບ ແລະຍັງພົບຄຸນລັກສະນະການເຮືອງແສງນີ້ໃນກົບທຸກສາຍພັນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...