Homeຂ່າວເຫດການຊຽງຂວາງ-ເຫງະອານ ຮ່ວມມືຂຸດຄົ້ນຮ່າງ ແລະອັດຖິທະຫານປາງສົງຄາມ

ຊຽງຂວາງ-ເຫງະອານ ຮ່ວມມືຂຸດຄົ້ນຮ່າງ ແລະອັດຖິທະຫານປາງສົງຄາມ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມື່ອວັນທີ 17 ມີນາ 2017 ຜ່ານມາວ່າ ຄະນະຊີ້ນຳ 1237 ກອງບັນຊາການທະຫານເຂດ 4 ແລະ ຄະນະສະເພາະກິດ ແຂວງເຫງະອານ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຊຽງຂວາງ ເຊິ່ງນຳໂດຍ ທ່ານ ພົນຈັດຕະວາ ເຈິ່ນ ຕ໋ຽນຢຸງ ຮອງຫົວ ໜ້າການເມືອງ ກອງບັນຊາການທະຫານເຂດ 4, ຫົວໜ້າຄະນະຜູ້ແທນຄະນະຊີ້ນຳ 1237 ​ໂດຍ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຈາກ ທ່ານ ຄຳແສນ ມະນີວົງ ຄະນະປະຈຳພັກແຂວງ, ຮອງເຈົ້າ ແຂວງໆຊຽງຂວາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ພ້ອມດ້ວຍຄະນະ ການພົບປະຢ້ຽມຢາມຄັ້ງນີ້ເພື່ອປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຂຸດຄົ້ນຮ່າງ, ອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ ແຂວງຊຽງຂວາງ ໃນປາງສົງຄາມ ເພື່ອພາລະກິດສາກົນນິຍົມອັນສູງສົ່ງ.

ໃນການ​ພົບ​ປະ​ຄັ້ງ​ນີ້, ສອງຝ່າຍ​ໄດ້ແລກປ່ຽນຄຳຄິດເຫັນ ເພື່ອເຮັດໃຫ້ວຽກງານການຂຸດຄົ້ນ ຊອກຄົ້ນຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ ກໍ​ຄື ບ້ານເກີດເມືອງນອນ ການຂຸດຄົ້ນຮ່າງອັດຖິທະຫານ ອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ແຂວງຊຽງຂວາງ ໃນລະດູແລ້ງປີ 2015-2016 ໄດ້ມີການຮ່ວມມືຢ່າງໄກ້ຊິດໃຫ້ຄວາມ ສະດວກແຕ່ແຂວງ ລົງຮອດທ້ອງຖິ່ນຈິ່ງເຮັດ ໃຫ້ອ້າຍນ້ອງກອງຂຸດຄົ້ນ ປະຕິບັດໜ້າທີ່ດ້ວຍຄວາມ ຮັບຜິດຊອບສູງ, ສາມາດຂຸດຄົ້ນທ້ອນໂຮມໄດ້ 67 ອັດຖິ ແລະ ຄາດວ່າຈະຈັດພິທີນຳສົ່ງ ເຄື່ອນຍ້າຍອັດຖິ ດວງວິນຍານ ກັບປະເທດຫວຽດນາມ ໃນຊ່ວງເດືອນພຶດສະພາ ທີ່ຈະມາເຖິງນີ້.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...