Homeສຸຂະພາບ ແລະ ສີ່ງແວດລ້ອມອາການຂອງຄົນທີ່ມີ ໄຂມັນອຸດຕັນໃນເສັ້ນເລືອດຫຼາຍເກີນໄປ

ອາການຂອງຄົນທີ່ມີ ໄຂມັນອຸດຕັນໃນເສັ້ນເລືອດຫຼາຍເກີນໄປ

Published on

ຫຼາຍຄົນອາດຈະຮູ້ເຖິງ ອັນຕະລາຍຂອງພະຍາດນີ້ດີ ໂດຍສະເພາະຄົນທີ່ຕຸ້ຍ ຈະມີຄວາມສ່ຽງສູງ, ແຕ່ຄົນສ່ວນຫຼາຍກໍບໍ່ຮູ້ວ່າ ຕົນເອງອາດກຳລັງເປັນພະຍາດໄຂມັນອຸດຕັນໃນເສັ້ນເລືອດ, ມື້ນີ້ ລາວໂພສຕ໌ ມີວິທີສັງເກດຕົວເອງງ່າຍໆມາຝາກກັນ

  1. ເມື່ອຍງ່າຍກວ່າປົກກະຕິ ບໍ່ວ່າຈະຍ່າງຂຶ້ນຂັ້ນໄດ, ຍ່າງຂຶ້ນພູ ຫຼືອອກກຳລັງກາຍເລັກໜ້ອຍກໍເມື່ອຍ
  2. ເຈັບຫົວ, ໜ້າມືດ ຄືກັບຈະເປັນລົມ
  3. ເຈັບຫົວສຸດໆ ເມື່ອລຸກຈາກບ່ອນນອນ ຫຼືລຸກຈາກບ່ອນນັ່ງໄວໆ
  4. ໃຈສັັ່ນ, ໃຈເຕັ້ນໄວ, ປາຍມື ປາຍຕີນເຢັນ
  5. ແໜ້ນເອິກ, ເຈັບເອິກ ຄືກັບມີຫຍັງມາກົດທັບ

ລັກສະນະຂອງອາການທົ່ວໄປ ຈະຄ້າຍໆຄືກັບພະຍາດຫົວໃຈ ທີ່ເກີດຈາກກ້າມເນື້ອຫົວໃຈຕີບ ເພາະມີເລືອດໄຫຼວຽນຫົວໃຈບໍ່ພຽງພໍ, ເລືອດຈຶຶ່ງບໍ່ສາມາດໄປຫຼໍ່ລ້ຽງຮ່າງກາຍໄດ້ ແລະເຮັດໃຫ້ເຮົາມີອາການອ່ອນເພຍໄດ້ງ່າຍ

ປັດໄຈທີ່ສ່ຽງ ເປັນພະຍາດໄຂມັນອຸດຕັນໃນເສັ້ນເລືອດນັ້ນມີຄື:

  1. ນໍ້າໜັກຫຼາຍ ຈົນເກີນໄປ
  2. ກິນອາຫານທີ່ມີໄຂມັນບໍ່ດີເປັນຈຳນວນຫຼາຍເກີນໄປ ແລະບໍ່ກິນຜັກ
  3. ອາຍຸຫຼາຍ ແລະຜູ້ຊາຍຈະມີໂອກາດສູງກວ່າແມ່ຍິງ
  4. ບໍ່ມັກອອກກຳລັງກາຍ
  5. ຄົນໃນຄອບຄົວເຄີຍເປັນພະຍາດກ່ຽວກັບເສັ້ນເລືອດຕີບ, ເສັ້ນເລືອດແຕກ ຫຼືເບົາຫວານ, ຄວາມດັນໄຂມັນ
  6. ມັກສູບຢາ ແລະມັກດື່ມທາດແອວກໍຮໍ
  7. ມີພາວະຕຶງຄຽດຈາກການເຮັດວຽກ ແລະເລື່ອງອື່ນໆ ບໍ່ມັກຍ່າງໄປມາ ຫຼືມັກເຮັດວຽກຢູ່ບ່ອນເກົ່າໃນແຕ່ລະວັນ

ປັດໄຈສ່ຽງທັງ 7 ນີ້ ຖ້າປັດໄຈໃດ ເຮົາສາມາດຫຼີກລຽງໄດ້ ກໍຄວນເຮັດເປັນປະຈຳ, ຄວນອອກກຳລັງກາຍຢ່າງສະໝໍ່າສະເໝີຢ່າງໜ້ອຍອາທິດລະ 3 ຄັ້ງ, ຄວນກິນອາຫານທີ່ຊ່ວຍຫຼຸດໄຂມັນໄດ້, ຫຼຸດການດື່ມແອວກໍຮໍ ແລະເຮັດໃຈໃຫ້ສະບາຍ ພຽງເທົ່ານີ້ ກໍຫ່າງໄກຈາກໄຂມັນອຸດຕັນໃນເສັ້ນເລືອດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...