Homeຂ່າວຕ່າງປະເທດຄົ້ນພົບເພັດນໍ້າໜັກ 709 ກະຣັດ ໃນເຊຍຣາລີໂອນ

ຄົ້ນພົບເພັດນໍ້າໜັກ 709 ກະຣັດ ໃນເຊຍຣາລີໂອນ

Published on

ບີບີຊີລາຍງານເມື່ອວັນທີ 16 ມີນາ 2017 ຜ່ານມາວ່າ ບາດຫຼວງເອັມມານູເອລ ໂມໂມ ໄດ້ຄົ້ນພົບເພັດນໍ້າໜັກ 709 ກະຣັດໃນໝູ່ບ້ານເຂດໂຄໂນ ພາກຕາເວັນອອກຂອງເຊຍຣາ ລີໂອນ ແຫຼ່ງເພັດຂະໜາດໃຫຍ່ຂອງປະເທດ ເຊິ່ງເຊື່ອວ່າເປັນໜຶ່ງໃນເພັດເມັດໃຫຍ່ທີ່ສຸດໃນໂລກ

ປະຈຸບັນເພັດເມັດດັ່ງກ່າວ ເກັບໄວ້ໃນທະນາຄານກາງຂອງເຊຍຣາ ລີໂອນ ແລະເຊື່ອວ່າເປັນໜຶ່ງໃນເພັດ 20 ເມັດ ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ແຕ່ກໍຍັງມີການປະເມີນລາຄາຢູ່ ເພາະມີຮອຍຕຳໜິທາງດ້ານໃນ

ນອກຈາກຄົ້ນພົບເພັດດັ່ງກ່າວແລ້ວ ຍັງມີການພົບເພັດຂະໜາດໃຫຍ່ລ່າສຸດໃນປະເທດນີ້ໃນປີ 1972 ເຊິ່ງພົບເພັດທີ່ມີຊື່ວ່າ ດວງດາວແຫ່ງເຊຍຣາ ລີໂອນ ເຊິ່ງມີນໍ້າໜັກເຖິງ 969 ກະຣັດ

ປະເທດເຊຍຣາ ລີໂອນຂຶ້ນຊື່ວ່າ ເປັນປະເທດທີ່ມີຊັບພະຍາກອນເພັດ ແລະລາຍໄດ້ສ່ວນໜຶ່ງຂອງປະເທດມາຈາກອຸດສະຫະກຳການເຮັດເພັດ, ແຕ່ຊ່ວງສົງຄາມການເມືອງ ກຸ່ມຕໍ່ຕ້ານລັດຖະບານກໍໃຊ້ເພັດເປັນສິ່ງຂອງແລກປ່ຽນອາວຸດ ເພື່ອໃຊ້ໃນສົງຄາມອີກດ້ວຍ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...